leftcenterrightdel
ຜູ້ຕາງໜ້າການນໍາບານເຕະຫວຽດນາມ ທີ່ການພົບປະສື່ມວນຊົນຢູ່ຮ່າໂນ້ຍ. ພາບ: ຮວ່າຍເຝືອງ.

ທີ່ການພົບປະ, ການນໍາ VFF ແລະ VPF ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມເດີນທາງຂອງສື່ມວນຊົນໃນການພັດທະນາຂອງບານເຕະຫວຽດນາມ, ພິເສດແມ່ນຜົນສໍາເລັດຂອງທີມບານເຕະຍິງ ແລະຊາຍ ຢູ່ຊີເກມ 31 ແລະຂອງທີມ U.23 ຫວຽດນາມ ທີ່ການແຂ່ງຂັນ U.23 ອາຊີ 2022 ຫວ່າງແລ້ວນີ້. ທ່ານ ເຈິ່ນກ໊ວກຕ໊ວນ, ຮັກສາການປະທານ VFF ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ບານເຕະຫວຽດນາມ ຈະສືບຕໍ່ຍູ້ແຮງການຮ່ວມມືກັບສາກົນໂດຍມີການຄັດເລືອກ, ຫາກບໍ່ແມ່ນການຮ່ວມມືແບບຂາດຈຸດສຸມ. ໃນປີ 2022, ຈະມີ 6 ທີມບານເຕະຫວຽດນາມ ໄປຝຶກອົບຮົມຢູ່ຍີ່ປຸ່ນ.

ໂດຍ: ໄຊນີດາ