leftcenterrightdel
ພາບຖ່າຍ “ເຂົ້າສູ່ຫຼັກໄຊ” ຂອງນັກຖ່າຍຮູບ ເຈືອງແອັງດຶກ ຍາດໄດ້ລາງວັນທີໜຶ່ງ. ພາບ:  ຮວາລື.

ຄະນະຈັດຕັ້ງ ໄດ້ຮັບພາບຖ່າຍກວ່າ 800 ແຜ່ນ ແລະຕົກລົງມອບລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 2 ລາງວັນ, ລາງວັນທີສາມ 3 ລາງວັນ ແລະລາງວັນຊົມເຊີຍ 10 ລາງວັນ. ນັກຖ່າຍຮູບ ເຈືອງແອັງດຶກ ຍາດໄດ້ລາງວັນທີໜຶ່ງ ດ້ວຍພາບຖ່າຍ “ເຂົ້າສູ່ຫຼັກໄຊ” ທີ່ຖ່າຍນັກກິລາ    ເລືອງຫື໊ວເຟືອກ ເພີ່ມຄວາມໄວຈ້າວເຂົ້າສູ່ຫຼັກໄຊຢູ່ໃນລາຍການແຂ່ງຂັນແລ່ນ ແລະລານ 1.500 ແມັດ.

ກ່າວຄໍາເຫັນທີ່ພິທີມອບລາງວັນ, ທ່ານ ເລກວກມີງ, ຫົວໜ້າບັນນາທິການໜັງສືພິມປະຊາຊົນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ປະທານສະມາຄົມນັກຂ່າວຫວຽດນາມ ຕີລາຄາວ່າ ບັນດາພາບຖ່າຍ ທີ່ຍາດໄດ້ລາງວັນແມ່ນພາບຖ່າຍທີ່ສວຍງາມ, ສ້າງຄວາມປະທັບໃຈຕໍ່ຄະນະກໍາມະການ ແລະຄະນະຈັດຕັ້ງ. ໃນຂອບເຂດພິທີມອບລາງວັນ, ຄະນະຈັດຕັ້ງ ໄດ້ຈັດງານວາງສະແດງຮູບພາບ ເຊິ່ງລວມມີພາບຖ່າຍ 31 ແຜ່ນ.

ໂດຍ: ທູຈາງ