ບັ້ນໂຄສະນາເຜີຍແຜ່ໃນປີນີ້ລວມມີການຖີບລົດລວມໝູ່ຢູ່ອ້ອມກໍາແພງເຫວ້ ໃນຮຸ່ງເຊົ້າ, ງານວາງສະແດງພາຍໃຕ້ຫົວຂໍ້ “Copenhagen-ນະຄອນທີ່ເປັນໜ້າດໍາລົງຊີວິດ-ນະຄອນລົດຖີບ” ແລະກອງປະຊຸມສໍາມະນາ “ຖີບລົດ-ເລື່ອງລາວກ່ຽວກັບວິວັດທະນາການສີຂຽວ” ດ້ວຍການເຂົ້າຮ່ວມຂອງບັນດາແຂກຢູ່ພາຍໃນ ແລະຕ່າງປະເທດ. ທ່ານ Kim Hojlund Christensen ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ  ຫວັງວ່າ ບັ້ນໂຄສະນາດັ່ງກ່າວຈະໜູນຊ່ວຍນະຄອນເຫວ້ ໃຫ້ກາຍເປັນນະຄອນລົດຖີບໃນອະນາຄົດໂດຍໄວ.

leftcenterrightdel
ທ່ານ Kim Hojlund Christensen ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ ຖີບລົດພ້ອມກັບປະຊາຊົນນະຄອນເຫວ້. ພາບ: thuathienhue.gov.vn

ເຫດການແມ່ນສ່ວນໜຶ່ງໃນຂອບເຂດການພົວພັນຮ່ວມມືຍາວນານລະຫວ່າງເດນມາກ ແລະຫວຽດນາມ ເພື່ອແນໃສ່ໜູນຊ່ວຍຫວຽດນາມ ໃນວິວັດການຫັນປ່ຽນໄປສູ່ສີຂຽວ ແລະມານະພະຍາຍາມບັນລຸການປ່ອຍອາຍພິດລົງເປັນລະດັບ 0 ໃນປີ 2050 ຕາມຄໍາໝັ້ນສັນຍາຂອງທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ທີ່ກອງປະຊຸມ COP26 (Glasgow).

ໂດຍ: ທູຈາງ