leftcenterrightdel
ການຍາດບານກັນໃນການແຂ່ງຂັນລະຫວ່າງ U.23 ຫວຽດນາມ ສະເໝີ U.23 ສ.ເກົາຫຼີ 1-1. ພາບ: ເລິມຖວາ.

ດ້ວຍກໍາລັງແຮງທີ່ລື່ນກາຍ, U.23 ສ.ເກົາຫຼີ ສາມາດຄວບຄຸມເກມຫຼິ້ນຕັ້ງແຕ່ຫົວທີ ແລະມີໂອກາດຍິງເຂົ້າປະຕູຫຼາຍລູກແຕ່ດ້ວຍຍຸດທະວິທີການຫຼິ້ນເກມຮັບ ແລະຕອບໂຕ້ທີ່ເໝາະສົມ, ດ້ວຍຈິດໃຈແຂ່ງຂັນອົງອາດກ້າແກ່ນ, U.23 ຫວຽດນາມ ຮັກສາໄດ້ປະຕູໃນເຄິ່ງເວລາທີໜຶ່ງ ດ້ວຍຄວາມຫຍຸ້ງຍາກລຳບາກ. ຕໍ່ໜ້າແຮງກົດດັນຢ່າງຕໍ່ເນື່ອງ, U.23 ສ.ເກົາຫຼີ ມາໄດ້ປະຕູໃນນາທີທີ 64 ຍ້ອນຜົນງານຂອງນັກເຕະ Young-wook. ພາຍຫຼັງເສຍປະຕູ, U.23 ຫວຽດນາມ ໄດ້ແຂ່ງຂັນດ້ວຍຄວາມຕັດສິນໃຈສູງ  ແລະໃນນາທີທີ 77, ນັກເຕະ Lee Jin-Yong ຖືກປົດສິດອອກຈາກການແຂ່ງຂັນ. ທີມຊາດຫວຽດນາມ ໄດ້ໝູນໃຊ້ໂອກາດທີ່ມີນັກເຕະຫຼາຍກວ່າ  ເພື່ອໄລ່ຕີສະເໝີ 1-1 ໃນນາທີທີ 83 ດ້ວຍຜົນງານຂອງນັກເຕະ ຕ໊ຽນລອງ. ຈົບການແຂ່ງຂັນ, ທັງສອງທີມສະເໝີກັນ 1-1. ດ້ວຍຜົນງານດັ່ງກ່າວຊ່ວຍໃຫ້ທີມຊາດ U.23 ຫວຽດນາມ ເກັບໄດ້ 2 ຄະແນນພາຍຫຼັງແຂ່ງຂັນ 2 ນັດ.

leftcenterrightdel
ຄວາມມ່ວນຊື່ນຂອງນັກເຕະ U.23 ຫວຽດນາມ ເມື່ອຍິງເຂົ້າປະຕູທີມຊາດ U.23 ສ.ເກົາຫຼີ. ພາບ: ເລິມຖວາ.

ທີ່ຮອບຊີງຊະນະເລີດການແຂ່ງຂັນບານເຕະ U.23 ອາຊີ 2018, ເຖິງວ່າຍາດໄດ້ຮອງຊະນະເລີດກໍ່ຕາມ ແຕ່ທີມຊາດ U.23 ຫວຽດນາມ ໄດ້ເສຍໃຫ້ທີມຊາດ U.23  ສ.ເກົາຫຼີ 1-2 ປະຕູ ຢູ່ຮອບຄັດເລືອກ. ໜຶ່ງຄະແນນ ທີ່ຍາດມາໄດ້ຈາກທີມຊາດ U.23  ສ.ເກົາຫຼີ ໄດ້ເປີດໂອກາດອັນໃຫຍ່ຫຼວງເພື່ອໃຫ້ U.23 ຫວຽດນາມ ໄດ້ເຂົ້າຮອບ 8 ທີມສຸດທ້າຍ, ຍ້ອນຄູ່ແຂ່ງສຸດທ້າຍຢູ່ຮອບຄັດເລືອກຂອງທີມຊາດ U.23 ຫວຽດນາມ ແມ່ນທີມຊາດ U.23 ມາເລເຊຍ, ເຊິ່ງຈະແຂ່ງຂັນໃນຕອນຄໍ່າວັນທີ 8 ມິຖຸນາ 2022.

ໂດຍ:ໄຊຊະນະ