leftcenterrightdel
ການໂອ້ລົມສົນທະນາທາງໄກ “ຍົກລະດັບບານເຕະຍິງຫວຽດນາມ”. ພາບ: ຢາງງວຽນ

ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານ ເລກ໊ວກມິງ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນປາດຖະໜາວ່າ ບັນດາຄໍາເຫັນປະກອບຢູ່ການໂອ້ລົມສົນທະນາຈະສ້າງປະຖົມປັດໄຈ ເພື່ອໃຫ້ບານເຕະຍິງຫວຽດນາມ ພັດທະນາກວ່າ. ທີ່ການໂອ້ລົມສົນທະນາ, ນັກຊ່ຽວຊານເກືອບໝົດທຸກທ່ານລ້ວນແຕ່ຖືວ່າ ກ່ຽວກັບຍຸດທະສາດ, ຖານະບົດບາດ, ກໍາລັງແຮງຂອງນັກເຕະຍິງຫວຽດນາມ ບໍ່ທຽບເທົ່າກັບຫຼາຍຄູ່ແຂ່ງ. ແຕ່ເມື່ອລົງສະໜາມ, ສິ່ງດັ່ງກ່າວໄດ້ປ່ຽນແທນດ້ວຍຄວາມຕັ້ງໝັ້ນ, ອົງອາດກ້າແກ່ນ, ບໍ່ຍອມຈຳນົນຂອງແມ່ຍິງຫວຽດນາມ. ທ່ານ ເຈິ່ນດຶກເຝີ້ນ ຮອງຫົວໜ້າກົມໃຫຍ່ກິລາ-ກາຍະກໍາ ຢັ້ງຢືນວ່າ “ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາຈະສືບຕໍ່ລົງທຶນໃຫ້ບານເຕະເວົ້າລວມ ແລະບານເຕະຍິງເວົ້າສະເພາະໃນໄລຍະຈະມາເຖິງ”.

ໂດຍ: ໄຊນີດາ