ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ເມື່ອການແຂ່ງຂັນດຳເນີນພຽງ 29 ວິນາທີ, ນັກເຕະ ຕ໋ວນຕ່າຍ ໄດ້ຍິງປະຕູຂຶ້ນນຳທີມຊາດ U.23 ໄທ ດ້ວຍ 1-0.

leftcenterrightdel
ການແຂ່ງຂັນລະຫວ່າງທີມຊາດ U.23 ຫວຽດນາມ ກັບທີມຊາດ U.23 ໄທ ດໍາເນີນໄປຢ່າງຟົດຟື້ນ. ພາບ: Changseuk

ແຕ່ໜ້າເສຍດາຍ ຮອດນາທີທີ 34, ທີມຊາດ U.23 ຫວຽດນາມ ຖືກເສຍປະຕູໂດຍບັງເອີນ ຍ້ອນການຍິງປະຕູຂອງນັກເຕະ B.Davi. ບັນດານາທີຕໍ່ໄປ, ທີມຊາດ U.23 ຫວຽດນາມ ຍິງປະຕູໄດ້ຕື່ມອີກລູກໜຶ່ງໃນນາທີທີ 73 ຍ້ອນຜົນຂອງນັກເຕະ ວັນຕູ່ງ, ແຕ່ນາທີທີ 90+2 ທີມຊາດ U.23 ໄທ ກໍ່ຍິງໄດ້ລູກທີ 2 ດ້ວຍຜົນຂອງນັກເຕະ M.Suphanat. ພາໃຫ້ຜົນການແຂ່ງຂັນສະເໝີກັນດ້ວຍ 2-2 ປະຕູ, ສະນັ້ນທີມຊາດ U.23 ຫວຽດນາມ ແລະທີມຊາດ U.23 ໄທ ຈັດອັນດັບທີ 2 ໃນກຸ່ມ C, ເພາະອັນດັບທີ 1 ແມ່ນຂອງທີມຊາດ U.23 ສ.ເກົາຫຼີ, ເຊິ່ງແມ່ນທີມໄດ້ຊະນະທີມຊາດ U.23 ມາເລເຊຍ ດ້ວຍ 4-1 ປະຕູກ່ອນໜ້ານັ້ນ. ເຖິງວ່າເສຍຄະແນນຕໍ່ທີມຊາດ U.23 ໄທ ກໍ່ຕາມ, ແຕ່ທີມຊາດ U.23 ຫວຽດນາມ ໄດ້ແຂ່ງຂັນຢ່າງຕັ້ງໜ້າດ້ວຍຄວາມເຊື່ອໝັ້ນຕົນເອງ.

ໂດຍ: ເຈິ່ນຮວ່ຽນ