leftcenterrightdel
ການຝຶກແອບຂອງທີມຊາດຫວຽດນາມ ເພື່ອກະກຽມໃຫ້ການແຂ່ງຂັນມິດຕະພາບກັບທີມຊາດອັບການິດສະຖານ. ພາບ: VFF

ຕາມຄູຝຶກ Park Hang-seo ແລ້ວ, ໃນການແຂ່ງຂັນມິດຕະພາບກັບທີມຊາດອັບການິດສະຖານ, ທີມຊາດຫວຽດນາມ ຈະນໍາໃຊ້ນັກເຕະໃໝ່ ແລະຍຸດທະວິທີໃໝ່. ນອກຈາກນັ້ນ, ຄູຝຶກ Park Hang-seo ກໍ່ເປີດເຜີຍວ່າ: “ການມີໜ້າຂອງອະດີດນັກເຕະ ຫງວຽນແອັງດຶ໊ກ ໃນຖານະເປັນຜູ້ຊ່ວຍວຽກຈະປະກອບສ່ວນຍົກສູງປະສິດທິຜົນໃນການແລກປ່ຽນຂໍ້ມູນຂ່າວສານລະຫວ່າງຄະນະຄູຝຶກ ແລະນັກເຕະ. ນອກຈາກນັ້ນ, ເລື່ອງ ກວາງຫ໋າຍ ບໍ່ເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 31 ເພາະວ່າໃນເວລານັ້ນ, ລາວ ພວມເຈລະຈາກັບສະໂມສອນໜຶ່ງ ທີ່ໂອຕຣິດ. ຖ້າຫາກໄດ້ຮັບບາດເຈັບ, ກວາງຫ໋າຍ ຈະຖືກຍົກເລີກສັນຍາ”.

ໂດຍ: ເຈິ່ນຮວ່ຽນ