ດ້ວຍເລື່ອງຍາດໄດ້ຫຼຽນຄຳ 20 ຫຼຽນຢູ່ບັນດາປະເພດທີ່ລື້ງເຄີຍຄື: Pencak Silat, ແລ່ນແລະລານ, Taekwondo, ລອຍນ້ຳ… ໃນວັນທີ 16 ພຶດສະພາ, ຄະນະນັກກິລາ ຫວຽດນາມ ສືບຕໍ່ນຳໜ້າຕາຕະລາງຈັດອັນດັບຢູ່ ຊີເກມ ຄັ້ງທີ 31 ດ້ວຍຫຼຽນຄຳ 88 ຫຼຽນ.

leftcenterrightdel
ຕາຕະລາງຫຼຽນຂອງ ຊີເກມ ຄັ້ງທີ 31 (ໄລ່ຮອດທ້າຍວັນທີ 16 ພຶດສະພາ). ພາບ: tuoitre.vn

ໄລ່ຮອດທ້າຍວັນທີ 16 ພຶດສະພາ, ໃນຕາຕະລາງຫຼຽນຂອງ ຊີເກມ ຄັ້ງທີ 31, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 1 ດ້ວຍຫຼຽນຄຳ 88 ຫຼຽນ; ຖັດຈາກນັ້ນແມ່ນຄະນະນັກກິລາ ໄທ ຍາດໄດ້ຫຼຽນຄຳ 36 ຫຼຽນ; ຢືນອັນດັບທີ 3 ແມ່ນຄະນະນັກກິລາ ຟີລິບປິນ ຍາດໄດ້ຫຼຽນຄຳ 30 ຫຼຽນ.

ໃນຕອນຄ່ຳວັນທີ 16 ພຶດສະພາ, ໄດ້ຈັດການແຂ່ງຂັນກິລາບານເຕະຊາຍນັກສຸດທ້າຍສາຍ B ລະຫວ່າງທີມບານເຕະ U23 ມາເລເຊຍ - U23 ກຳປູເຈຍ ໃນນັ້ນ ມາເລເຊຍ ສະເໝີກັບ U23 ກຳປູເຈຍ 2-2 ປະຕູ. ໃນນັດແຂ່ງຂັນທີ 2 ລະຫວ່າງ U23 ໄທ ແລະ U23 ລາວ, ທີມບານເຕະ ໄທ ຍາດໄດ້ໄຊຊະນະ 1-0 ຕໍ່ທີມບານເຕະລາວ, ຢືນອັນດັບທີ 1 ໃນສາຍ B.

ໃນຮອບຮອງຊະນະເລີດບານເຕະຊາຍ, U23 ໄທ ແລະ ພົບປະ U23 ອິນໂດເນເຊຍ; U23 ຫວຽດນາມ ຈະພົບກັບ U23 ມາເລເຊຍ. 2 ນັດແຂ່ງຂັນຮອບຮອງຊະນະເລີດ ຈະດຳເນີນໃນຕອນແລງວັນທີ 19 ພຶດສະພາ ຢູ່ສະໜາມກິລາ ທຽນເຈື່ອງ (ນາມດິ້ງ) ແລະ ສະໜາມກິລາ ຝູທໍ້, ແຂວງ ຝູທໍ້.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ