ເຂົ້າຮ່ວມພິທີ, ຝ່າຍຫວຽດນາມ ມີທ່ານ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ; ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ; ບັນດາສະຫາຍການນໍາພັກ, ລັດ, ບັນດາອົງການຂັ້ນສູນກາງ, ນະຄອນຫຼວງຮ່າໂນ້ຍ ແລະບັນດາແຂວງ, ນະຄອນ.

ສໍາລັບແຂກສາກົນ ມີທ່ານ Tan Chuan-Jin ປະທານສະພາແຫ່ງຊາດສິງກະໂປ, ບັນດາທ່ານລັດຖະມົນຕີ, ຫົວໜ້າຄະນະນັກກິລາບັນດາປະເທດ ເຂົ້າຮ່ວມຊີເກມ 31, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ແລະເອກອັກຄະລັດຖະທູດບັນດາປະເທດ ພ້ອມດ້ວຍນັກກິລາ, ຄູຝຶກ, ສະມາຊິກຂອງ 11 ທັບນັກກິລາທີ່ມາຈາກ 11 ປະເທດອາຊຽນ ກວ່າ 1 ໝື່ນຄົນ.

leftcenterrightdel
ຜູ້ຕາງໜ້າທັບນັກກິລາຫວຽດນາມ ເຂົ້າຮ່ວມຊີເກມຄັ້ງທີ 31 ເດີນຂະບວນທີ່ພິທີໄຂ. ພາບ: ຈ້ອງຫາຍ.

ທີ່ພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ປະກາດໄຂງານມະຫາກໍາກິລາ ຊີເກມ ຄັ້ງທີ 31 ຢູ່ຫວຽດນາມ ຢ່າງເປັນທາງການ.

ກ່າວຄໍາເຫັນທີ່ພິທີໄຂຊີເກມ 31, ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ຫົວໜ້າຄະນະຈັດຕັ້ງຊີເກມ 31 ຢັ້ງຢືນວ່າ ງານມະຫາກໍາກິລາ ໃນຄັ້ງນີ້ແມ່ນໂອກາດ ເພື່ອເສີມຂະຫຍາຍບັນດາເອກະລັກຂອງບັນດາປະເທດອາຊຽນ, ເປັນບ່ອນແຜ່ຂະຫຍາຍບັນດາຄຸນຄ່າຂອງມະນຸດ, ບັນດາຈຸດທີ່ຄ້າຍຄືກັນ, ຄວາມໃກ້ຊິດທາງດ້ານວັດທະນະທໍາຂອງບັນດາປະເທດສະມາຊິກ ຕະຫຼອດຮອດທິວທັດທີ່ສົດສວຍງາມຕາ, ດອກໄມ້ທີ່ມີກິ່ນຫອມ, ທົ່ງນາເຂົ້າອັນຍາວຢຽດໄດ້ຮັບການປົກປ້ອງຈາກສຸມໄມ້ໄຜ່ຂຽວອຸ່ມທຸ່ມ, ນີ້ມນວນ ແຕ່ເຂັ້ມແຂງ...

leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂຊີເກມ ຄັ້ງທີ 31. ພາບ: ຈ້ອງຫາຍ.

ພິທີໄຂຊີເກມ 31 ບໍ່ພຽງແຕ່ເປັນການເຊີດຊູ, ເຜີຍແຜ່ວັດທະນະທໍາຫວຽດນາມ ເທົ່ານັ້ນ ຫາກຍັງມຸ່ງໄປເຖິງການເຊີດຊູສີສັນວັດທະນະທໍາຂອງປະຊາຄົມບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ, ຜ່ານນັ້ນຮັດແໜ້ນຄວາມສາມັກຄີມິດຕະພາບ, ເຄົາລົບນັບຖື, ນໍ້າໃຈອຸທິດ ແລະສັດຊື່ບໍລິສຸດ, ປຸກລະດົມກໍາລັງແຮງພາຍໃນຂອງມະນຸດຜ່ານການແຂ່ງຂັນກິລາ. “ຈົ່ງມາຫາພວກຂ້າພະເຈົ້າ, ພວກເຮົາ ຈະພ້ອມກັນເປັ່ງປະກາຍແສງສະຫວ່າງ ແລະສະແດງໃຫ້ເຫັນກໍາລັງແຮງແຫ່ງຄວາມສາມັກຄີ, ທ່າທີສ້າງສັນ ແລະຮັກຫອມສັນຕິພາບ, ຮັກສາສະຖຽນລະພາບດ້ານການເມືອງໃນພາກພື້ນອາຊຽນ”. ນີ້ແມ່ນສານ ເຊິ່ງລາຍການໄຂຊີເກມ 31 ຢາກເນັ້ນໜັກຜ່ານລາຍການສະແດງສິລະປະ. ລາຍການບໍ່ພຽງແຕ່ແນໃສ່ແນະນໍາ, ໂຄສະນາພາບຫຼັກຂອງ ປະເທດຫວຽດນາມ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຈິດໃຈການເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ແລະປະດິດຄິດສ້າງ, ຮ່ວມແຮງຮ່ວມໃຈປະກອບສ່ວນ “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”.

ທີ່ພິທີໄຂ, ພາຍຫຼັງການສະແດງ, ສາຍຮູບເງົາສິລະປະແລ້ວ, ນັກກິລາ ຂອງບັນດາປະເທດ ໄດ້ຕາງໜ້າໃຫ້ນັກກິລາ 4.910 ຄົນທີ່ມາຈາກ 11 ປະເທດ ເຂົ້າຮ່ວມຊີເກມ 31 ປະຕິບັດພິທີເດີນຂະບວນ.

ໂດຍ: ໄຊຊະນະ