leftcenterrightdel
ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ວັນຢຸຍ

ທີ່ກອງປະຊຸມ, ທ່ານ ຫງວຽນວັນຮຸ່ງ ເນັ້ນໜັກວ່າ ດ້ວຍຄວາມຮັບຜິດຊອບພິເສດຂອງປະເທດເຈົ້າພາບ, ຫວຽດນາມ ຮັບຟັງຄໍາເຫັນຂອງບັນດາຫົວໜ້າຄະນະ, ຄວາມມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ລະດົມບັນດາແຫຼ່ງກໍາລັງເພື່ອສຸມໃສ່ໃຫ້ວຽກງານຈັດຕັ້ງ ຊີເກມ ຄັ້ງທີ 31 ປະສົບຜົນສໍາເລັດ. ທ່ານ ຫງວຽນວັນຮຸ່ງ ປາດຖະໜາວ່າ ບັນດາທັບນັກກິລາ ຈະແບ່ງປັນບົດຮຽນພັດທະນາຂະບວນການກິລາຢ່າງກວ້າງຂວາງຢູ່ແຕ່ລະປະເທດ; ຍົກສູງຜົນງານກິລາໃນພາກພື້ນ ກໍ່ຄືທີ່ບັນດາເຫດການຢູ່ລະດັບທະວີບ ແລະໂລກ.

ໂດຍ: ທູຈາງ