ສິ່ງທີ່ສ້າງຄວາມສະເທືອນໃຈແມ່ນກອງເຊຍລາວ ໄດ້ສະແດງໃຫ້ເຫັນຄວາມຮັກແພງຕໍ່ຫວຽດນາມ ຜ່ານຮູບພາບ, ປ້າຍໂຄສະນາໃຫ້ກໍາລັງໃຈທີມຊາດຂອງຕົນ. ຫຼາຍຄົນໄດ້ຖ່າຍຮູບເປັນທີ່ລະນຶກຢູ່ສະໜາມກິລາ ກ່ອນທີ່ສອງທີມເລີ່ມແຂ່ງຂັນ ແລະຖືຮູບພາບປະທານ ໂຮ່ຈີມິນ ໃນຂະນະທີ່ສອງທີມກໍາລັງແຂ່ງຂັນ.

leftcenterrightdel
ນັກສຶກສາລາວ ສອງຄົນກໍາລັງຮຽນຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຖ່າຍຮູບພ້ອມກັບກອງເຊຍໄທ. ພາບ: baophapluat.vn
leftcenterrightdel
ນັກສຶກສາລາວ ຮຽນຢູ່ມະຫາວິທະຍາໄລການແພດ ຖ໊າຍບິ່ງ ມາເຊຍໃຫ້ ຢູ23 ລາວ. ພາບ: baophapluat.vn

ທັງສອງທີມສູ້ກັນຢ່າງໃກ້ຄຽງສູສີ, ໃນນາທີ 4,  ຢູ23 ກໍາປູເຈຍ ຍິງປະຕູຂຶ້ນນໍາໜ້າທີມຊາດ ລາວ 1-0 ປະຕູ. ຫຼັງຈາກນັ້ນ 10 ນາທີ, ຢູ23 ກໍາປູເຈຍ ຍິງໄດ້ອີກ 1 ປະຕູ, ເຮັດໃຫ້ຂຶ້ນນໍາທີມຊາດ ລາວ 2-0 ປະຕູ.

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ບັນດາຮູບພາບທີ່ສວຍງາມຂອງກອງເຊຍລາວ ຢູ່ສະໜາມກິລາທຽນເຈື່ອງ. ພາບ: baophapluat.vn

ໃນນາທີ 63,  ຢູ23 ລາວ ເສຍປະຕູທີ 3, ເຮັດໃຫ້ ຢູ23  ກໍາປູເຈຍ ຂຶ້ນນໍາ ຢູ23 ລາວ 3-0 ປະຕູ. ຫຼັງຈາກນັ້ນສາມນາທີ, ຢູ23 ລາວ ຍິງໄດ້ 1 ປະຕູ ຍ້ອນຜົນງານຂອງນັກເຕະ ພູວຽງ, ເຮັດໃຫ້ ຢູ23  ລາວ ເສຍຕໍ່ ຢູ23 ກໍາປູເຈຍ 1-3 ປະຕູ. ໃນນາທີ 71, ຢູ23 ກໍາປູເຈຍ ຍິງໄດ້ປະຕູທີ 4 ຍ້ອນຜົນງານຂອງນັກເຕະ Somoun, ເຮັດໃຫ້ ຢູ23 ກໍາປູເຈຍ ຂຶ້ນນໍາ ຢູ23 ລາວ 4-1 ປະຕູ.

ຈົບເກມ, ຜົນການແຂ່ງຂັນປະກົດວ່າ  ຢູ23 ກໍາປູເຈຍ ຊະນະ ຢູ23 ລາວ 4-1 ປະຕູ.

ໂດຍ: ໄຊຊະນະ