leftcenterrightdel
ທ່ານ ມາຍດຶກຈູງ ຄູຝຶກຂອງທີມບານເຕະຍິງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 8 ພຶດສະພາ, ຢູ່ນະຄອນ ເກີ໋ມຝາ, ແຂວງ ກວ໋າງນິງ (ສະຖານທີ່ແຂ່ງຂັນກິລາບານເຕະຍິງ), ຄະນະຈັດຕັ້ງຊີເກມ ຄັ້ງທີ 31 ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ອນການແຂ່ງຂັນບານເຕະຍິງ ຊີເກມ ຄັ້ງທີ 31. ປະເພດກິລາບານເຕະຍິງໃນຊີເກມ ຄັ້ງທີ 31 ມີທັງໝົດ 7 ທີມເຂົ້າຮ່ວມ: ລວມມີ: ຫວຽດນາມ, ຟີລິບປິນ, ກຳປູເຈຍ (ສາຍ A); ໄທ, ມຽນມາ, ສິງກະໂປ, ລາວ (ສາຍ B). ນັດແຂ່ງຂັນຕ່າງໆຈະເລີ່ມແຕ່ວັນທີ 9-15 ພຶດສະພາ. ການແຂ່ງຂັນຮອບຮອງຊະນະເລີດ ແລະ ຊີງຊະນະເລີດ ຈະດຳເນີນໃນວັນທີ 18 ແລະ ວັນທີ 21 ພຶດສະພາ. ນັດເປີດສາກການແຂ່ງຂັນໃນປະເພດກິລານີ້ແມ່ນລະຫວ່າງ ທີມບານເຕະຍິງ ຟີລິບປິນ ກັບ ກຳປູເຈຍ, ເຊິ່ງດຳເນີນໃນເວລາ 19 ໂມງຂອງວັນທີ 9 ພຶດສະພາ. ເມື່ອຕີລາຄາກ່ຽວກັບລາງວັນນີ້, ບັນດາຄູຝຶກໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນລາງວັນທີ່ມີຄວາມໝາຍສຳຄັນ, ແມ່ນໂອກາດເພື່ອໃຫ້ນັກກິລາໄດ້ແຂ່ງຂັນກັບທີມທີ່ເຂັ້ມແຂງກວ່າ: ເປັນຕົ້ນແມ່ນສຳລັບນັກກິລາທີ່ເຂົ້າຮ່ວມການແຂ່ງຂັນ ຊີເກມ ເປັນຄັ້ງທຳອິດ.  ໃນບັນດາທີມເຂົ້າຮ່ວມການແຂ່ງຂັນນັ້ນ, ຫວຽດນາມ ແມ່ນທີມເຂັ້ມແຂງ ແລະ ມີລີລາໃນການເຕະແບບອາຊີບໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈະພ້ອມກັບທີມ ຟີລິບປິນ, ໄທ, ມຽນມາ  ແມ່ນບັນດາທີມທີ່ມີຄວາມເປັນໄປໄດ້ສູງໃນການຄອງແຊັມບານເຕະຍິງ ຊີເກມ ຄັ້ງນີ້.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ