ທີມຊາດ U23 ຫວຽດນາມ ຊະນະທີມຊາດ U23 ອິນໂດເນເຊຍ ດ້ວຍ 3-0 ປະຕູ
ກປ.ອອນໄລ - ທີມຊາດ U23 ຫວຽດນາມຊະນະທີມຊາດ U23 ອິນໂດເນເຊຍດ້ວຍ 3-0 ປະຕູ ໃນນັດແຂ່ງຂັນທໍາອິດຢູ່ກຸ່ມ A ບານເຕະຊາຍ SEA Games 31.
ການແຂ່ງຂັນລະຫວ່າງທີມຊາດ U23 ຫວຽດນາມ ແລະທີມຊາດ U23 ອິນໂດເນເຊຍ ໄດ້ເລີ່ມຕົ້ນຂຶ້ນດ້ວຍການແຂ່ງຂັນ, ຍາດບານຢ່າງດຸເດືອດ. ດ້ວຍທ່າແຮງເປັນເຈົ້າຖິ່ນ, ໃນຕັງໜຶ່ງ, ທີມຊາດ U23 ຫວຽດນາມ ຫຼິ້ນບານໄດ້ດີກວ່າແຕ່ບໍ່ສາມາດຍິງເຂົ້າປະຕູໄດ້ເທື່ອ.
    |
 |
ທີມຊາດ U23 ຫວຽດນາມ ຊະນະທີມຊາດ U23 ອິນໂດເນເຊຍ ດ້ວຍ 3-0 ປະຕູ. ພາບ: Qdnd.vn |
ຕັງ 2, ທີມຊາດ U23 ຫວຽດນາມ ສືບຕໍ່ເພີ່ມຄວາມກົດດັນ ແລະຍິງເຂົ້າປະຕູຢູ່ນາທີທີ 54 ໂດຍນັກເຕະ ຫງວຽນຕ໊ຽນລິງ. ຕໍ່ມາໃນນາທີທີ 73 ນັກເຕະ ໂດ໊ຮຸ່ງຢຸງ ຍິງເຂົ້າອີກເປັນປະຕູທີສອງ.
ແລະນາທີທີ 87, ນັກເຕະ ເລວັນໂດ ຍິງເຂົ້າຕື່ມອີກລູກໜຶ່ງເປັນສາມປະຕູ. ຄົບເວລາເປັນອັນວ່າທີມຊາດ U23 ຫວຽດນາມ ຊະນະທີມຊາດ U23 ອິນໂດເນເຊຍ ດ້ວຍ 3-0 ປະຕູ. ການຊະນະນີ້ຊ່ວຍໃຫ້ທີມຊາດ U23 ຫວຽດນາມ ມີການເລີ່ມຕົ້ນທີ່ດີຢູ່ SEA Games 31.
ໂດຍ:ໄຊນີດາ