ທີ່ກອງປະຊຸມ, ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຢັ້ງຢືນວ່າ ການຕັດສິນໃຈຂອງປະເທດເຈົ້າພາບຫວຽດນາມ ຕໍ່ໜ້າສິ່ງທ້າທາຍຈາກພະຍາດໂຄວິດ-19, ເຖິງວ່າ ຕ້ອງເລື່ອນການຈັດຕັ້ງ SEA Games 31 ແຕ່ເດືອນພະຈິກ 2021 ມາຮອດເດືອນພຶດສະພາ 2022 ກໍ່ຕາມ, ແຕ່ ຫວຽດນາມ ຍັງຕັ້ງໜ້າກະກຽມເພື່ອຈັດຕັ້ງ SEA Games 31 ໃຫ້ສໍາເລັດ. ຫວຽດນາມ ຈະສ້າງຮູບພາບທີ່ດີງາມເຖິງເພື່ອນມິດສາກົນທີ່ເຂົ້າຮ່ວມງານມະຫາກໍາກິລາ ໃຫ້ຖືກຕາມເນື້ອໃນຈິດໃຈຄໍາຂວັນຂອງງານມະຫາກໍາກິລາ “ເພື່ອອາຊີຕາເວັນອອກສ່ຽງໃຕ້ ທີ່ແຂງແຮງກວ່າ”.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: Vov.vn

ທີ່ກອງປະຊຸມ, ຕາງໜ້າຄະນະຈັດຕັ້ງ SEA Games 31 ໄດ້ສະໜອງຂໍ້ມູນໃຫ້ບັນດາຄະນະກ່ຽວກັບທ້ອງຖ່ິນເຂົ້າຮ່ວມຈັດຕັ້ງ SEA Games 31, ການບໍລິການຄົມມະນາຄົມ, ວຽກງານລົງທະບຽນເຂົ້າຮ່ວມ, ທີ່ຢູ່ຂອງຄະນະນັກກິລາ... ໂດຍອີງໃສ່ສະພາບ ແລະລະດັບແຜ່ລະບາດຂອງພະຍາດໂຄວິດ-19, ຄະນະຈັດຕັ້ງ SEA Games 31 ຈະຕົກລົງໃຫ້ຮັບຜູ້ຊົມເຂົ້າເບິ່ງການແຂ່ງຂັນ ຫຼື ບໍ ນັ້ນແມ່ນອີງຕາມ 3 ລະດັບ: ບໍ່ມີຜູ້ຊົມ, ຈໍາກັດ (10-30%) ແລະໃຫ້ເຂົ້າເບິ່ງຫຼາຍສຸດ 50%.

SEA Games 31 ຈະແຂ່ງຂັນ 40 ປະເພດ ແລະ 526 ລາຍການ ໂດຍມີນັກກິລາ 10.000 ຄົນເຂົ້າຮ່ວມແຂ່ງຂັນ. ພິທີໄຂຊີເກມ ຈະຈັດຕັ້ງໃນຕອນຄໍ່າວັນທີ 12 ພຶດສະພາ ແລະປິດລົງໃນຕອນຄໍ່າວັນທີ 23 ພຶດສະພາ ຢູ່ສະໜາມກິລາມີ໊ດິ່ງ, ຮ່າໂນ້ຍ.

ໂດຍ: ໄຊນີດາ