leftcenterrightdel
ສະໂມສອນນາມດິ້ງ ຊະນະ ສະໂມສອນຫ໋າຍຟ່ອງດ້ວຍ 3-0 ປະຕູ. ພາບ: qdnd.vn

ການແຂ່ງຂັນດັ່ງກ່າວມີການເຂົ້າຮ່ວມຂອງ 4 ສະໂມສອນ ຄື: Viettel, ແທັງຮວ໊າ, ນາມດິ້ງ, ຫ໋າຍຟ່ອງ. ບັນດາທີມຈະໄດ້ແຂ່ງຂັນຮອບວຽນແລ້ວໄລ່ຄະແນນຈັດອັນດັບ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ບັນດາສະໂມສອນ ໄດ້ສະສົມປະສົບການ ແລະຕີລາຄາກຳລັງແຮງເພື່ອກະກຽມໃຫ້ແກ່ການແຂ່ງຂັນ V-League 2022. ໃນນັດເປີດສາກ, ສະໂມສອນ Viettel ໄດ້ເສຍໃຫ້ສະໂມສອນ ແທັງຮວ໊າ ດ້ວຍ 2-3 ປະຕູ. ໃນຂະນະນັ້ນ ສະໂມສອນນາມດິ້ງ ຊະນະ ສະໂມສອນຫ໋າຍຟ່ອງ ດ້ວຍ 3-0 ປະຕູ. ການແຂ່ງຂັນຈະສິ້ນສຸດລົງໃນວັນທີ 8 ມັງກອນ.

ໂດຍ: ທະນາພອນ