leftcenterrightdel
ນັກກິລາ ເລວັນກົງ ພາຍຫຼັງຍາດໄດ້ຫຼຽນເງິນລະດັບໂລກ. ພາບ: ແອງງອກ.

ພາຍຫຼັງຍົກນໍ້າໜັກ 3 ເທື່ອ, ຜົນງານດີທີ່ສຸດທີ່ ເລວັນກົງ ຍົກໄດ້ແມ່ນ 170 ກິໂລກຼາມ, ໜ້ອຍກວ່າ 4 ກິໂລກຼາມ ເມື່ອທຽບໃສ່ຜູ້ໄດ້ອັນດັບທີ 1 ນັ້ນແມ່ນ Q.Sami (ຈໍແດນ). ດ້ວຍຜົນງານດັ່ງກ່າວ, ເລວັນກົງ ບັນລຸມາດຖານເຂົ້າຮ່ວມ Paralympic Paris 2024. ທີ່ Paralympic Tokyo 2020, ເລວັນກົງ ແລະ Q.Sami ລ້ວນແຕ່ຍົກນາໍ້ໜັກໄດ້ເທົ່າກັນແມ່ນ 173 ກິໂລກຼາມ, ແຕ່ Q.Sami ໄດ້ຫຼຽນຄໍາຍ້ອນວ່າມີນາໍ້ໜັກຕົວເບົາກວ່າເລວັນກົງ. ທີ່ການແຂ່ງຂັນຍົກນໍ້າໜັກຄົນພິການໂລກ 2021 ດໍາເນີນໃນລະຫວ່າງວັນທີ 27 ພະຈິກ ຫາວັນທີ 5 ທັນວາ ຢູ່ລັດ Georgia. ຄະນະນັກກິລາຄົນພິການຫວຽດນາມ ເຂົ້າຮ່ວມການແຂ່ງຂັນມີນັກກິລາ 4 ຄົນ, ລວມມີ: ເລວັນກົງ, ຫງວຽນບິ່ງອານ, ດັ້ງທິລິງເຟື້ອງ ແລະເຈົາຮວ່າງຕວຽດລວານ.

ໂດຍ: ຈາງຫງວຽນ