leftcenterrightdel
ທີມບານເຕະຍິງຫວຽດນາມ ຊະນະທີມບານເຕະຍິງຕາຈິກິດສະຖານດ້ວຍ 7-0 ປະຕູ. ພາບ: AFC

ເຖິງວ່າໄດ້ຮັບຜົນສະເໝີກັນກໍ່ໄດ້ເຂົ້າຮອບຊີງຊະນະເລີດກໍ່ຕາມ, ແຕ່ທີມບານເຕະຍິງຫວຽດນາມ (ອັນດັບ 32 ໂລກ) ຍັງໄດ້ສ້າງທ່າໄດ້ປຽບຕໍ່ທີມບານເຕະຍິງ ຕາຈິກິດສະຖາ (ອັນດັບ 135 ໂລກ) ດ້ວຍການຍິງເຂົ້າປະຕູຂອງນັກເຕະ ຫາຍອຽນ (ນາທີ 14 ແລະ 73), ບິກຖຸ໊ຍ (ນາທີ 42 ແລະ 54), ຮວິ່ງຍື (ນາທີ 51), ຮວ່າງລວານ (ນາທີ 84), ຫງວຽນທິວ້ານ (ນາທີ 90). ດ້ວຍຜົນການແຂ່ງຂັນຂ້າງເທິງ, ທີມບານເຕະຍິງຫວຽດນາມ ໄດ້ນຳໜ້າກຸ່ມ B, ເປັນທີມຊະນະຂາດລອຍ, ດ້ວຍ 6 ຄະແນນ, ຍິງໄດ້ 23 ປະຕູ ແລະເສຍ 0 ປະຕູ, ຍາດໄດ້ສິດເຂົ້າຮອບຊີງຊະນະເລີດທີ່ຈະດໍາເນີນແຕ່ວັນທີ 20 ມັງກອນຫາວັນທີ 6 ກຸມພາ 2022 ຢູ່ປະເທດອິນເດຍ. ສະເພາະ, ກອງໜ້າ ຫາຍອຽນ ກໍາລັງນໍາໜ້າບັນຊີລາຍຊື່ຜູ້ຍິງປະຕູໃນຮອບຄັດເລືອກດ້ວຍ 8 ປະຕູ.

ໂດຍ: ທະນາພອນ