leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານປະທານສະຫະພັນບານເຕະໂລກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ FIFA ສືບຕໍ່ຮ່ວມມື ແລະໜູນຊ່ວຍສະຫະພັນບານເຕະຫວຽດນາມ ເພື່ອໃຫ້ກິລາປະເພດນີ້ນັບມື້ໄດ້ຮັບການພັດທະນາ ແລະທີມບານເຕະຫວຽດນາມ ນັບມື້ນັບໄດ້ຍົກລະດັບສູງຂຶ້ນ.

ທ່ານ Gianni Infantino ປະທານ FIFA ຕີລາຄາສູງຕໍ່ເລື່ອງຫວຽດນາມ ມີນະໂຍບາຍພັດທະນາກິລາທີ່ຖືກຕ້ອງ, ໃນນັ້ນມີ ບານເຕະ. ທ່ານ Gianni Infatino ຢັ້ງຢືນວ່າ FIFA ຈະສືບຕໍ່ຮ່ວມມືກັບສະຫະພັນບານເຕະຫວຽດນາມ ຢ່າງແໜ້ນແຟ້ນ ແລະໜູນຊ່ວຍສະຫະພັນບານເຕະຫວຽດນາມ ໃນຂົງເຂດນີ້.

ໂດຍ: ເກື່ອງດັ້ງ