leftcenterrightdel
ຄວາມເບີກບານມ່ວນຊື່ນຂອງນັກເຕະຍິງຫວຽດນາມ ເມື່ອຊະນະທີມ Maldives 16-0.  ພາບ: AFC

ທີມບານເຕະຍິງຫວຽດນາມ (ຢືນອັນດັບ 32 ໂລກ) ລື່ນກາຍຫຼາຍເມື່ອທຽບໃສ່ທີມ Maldives (ຢືນອັນດັບ 144 ໂລກ). ພຽງແຕ່ 13 ນາທີຂອງການແຂ່ງຂັນ, ທີມຫວຽດນາມ ໄດ້ຍິງເຂົ້າປະຕູດ້ວຍຜົນງານຂອງນັກເຕະ ແທງຍ໊າ. ເວລາທີ່ຍັງເຫຼືອ, ທີມບານເຕະຍິງຫວຽດນາມ ຍິງຕື່ມອີກ 15 ປະຕູ, ຈົບນັດແຂ່ງຂັນຜົນປະກົດວ່າ ທີມບານເຕະຍິງຫວຽດນາມ ຊະນະທີມ Maldives 16-0 ປະຕູ. ນີ້ແມ່ນການແຂ່ງຂັນທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນປະຫວັດສາດຂອງທີມບານເຕະຍິງຫວຽດນາມ. ໃນວັນທີ 29 ກັນຍາ 2021, ທີມຫວຽດນາມ ຈະລົງສະໜາມແຂ່ງຂັນນັດສຸດທ້າຍພົບກັບທີມ Tajikistan. ທີມທີ່ຢືນອັນດັບໜຶ່ງຂອງແຕ່ລະສາຍຈະໄດ້ເຂົ້າແຂ່ງຂັນໃນຮອບຊິງຊະນະເລີດ.

ໂດຍ: ໄຊຊະນະ