ທີມ futsal ລັດເຊຍ (ຢືນອັນດັບ 4 ຂອງໂລກ) ມີຄວາມສາມາດເກັ່ງກ້າຄືກັບທີມ futsal ບຣາຊິນ. ມີຄວາມແຕກຕ່າງກັບນັດເຕະເສຍໃຫ້ທີມ futsal ບຣາຊິນ ໃນມື້ທໍາອິດນັ້ນ, ເມື່ອພົບກັບທີມ futsal ລັດເຊຍ, ທີມ futsal ຫວຽດນາມ ຫຼິ້ນດີຂຶ້ນດ້ວຍຍຸດທະວິທີທີ່ເໝາະສົມ ແລະກ້າຫານເດັດດ່ຽວກວ່າ. ດ້ວຍການແຂ່ງຂັນທີ່ກ້າແກ່ນກັບທີມ futsal ປານາມາ, ສ. ເຊັກໂກ ແລະລັດເຊຍ, ທີມ futsal ຫວຽດນາມ ນັບມື້ນັບເຕະດີຂຶ້ນ.

leftcenterrightdel
ຄວາມດີໃຈຂອງ ດັ໊ກຮຸຍ ທີ່ຍິງເຂົ້າປະຕູທີມ futsal ລັດເຊຍ. ພາບ: Getty Images.

ທີ່ Futsal World Cup 2021, ທີມ futsal ຫວຽດນາມ ໄດ້ສະແດງໃຫ້ເຫັນກໍາລັງຄວາມສາມາດ, ຄວາມເກັ່ງກ້າ ແລະເອົາຊະນະໃຈຕົນເອງ. ຜ່ານການແຂ່ງຂັນແຕ່ລະນັດ, ທີມ futsal ຫວຽດນາມ ຖອດຖອນບົດຮຽນອັນລໍ້າຄ່າໄດ້ຫຼາຍຢ່າງ.

ເຖິງວ່າເສຍໃຫ້ທີມ futsal ລັດເຊຍ ດ້ວຍ 2-3 ປະຕູກໍ່ຕາມ, ແຕ່ກໍ່ແມ່ນຜົນສໍາເລັດອັນຍິ່ງໃຫຍ່ຂອງທີມ futsal ຫວຽດນາມ. ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນຈິດໃຈແຂ່ງຂັນທີ່ກ້າແກ່ນ, ຄວາມຄາດຫວັງບືນຕົວຂຶ້ນ ແລະເຈດຈໍານົງທີ່ບໍ່ຖອຍຫຼັງຂອງທີມ futsal ຫວຽດນາມ. ເຊື່ອໝັ້ນວ່າ, ຜົນງານຂອງທີມ futsal ຫວຽດນາມ ຢູ່ Futsal World Cup 2021 ຈະເປັນແຫຼ່ງຜັກດັນເພື່ອພັດທະນາ futsal ພາຍໃນປະເທດ.

ໂດຍ: ເກື່ອງດັ້ງ