ນອກຈາກນັ້ນ, ນັກເຕະທີມຊາດ, ສະມາຊິກໃນຄະນະຄູຝຶກ, ພະນັກງານ, ຖັນແຖວແພດໝໍ ... ກໍ່ເຂົ້າຮ່ວມການສັກວັກຊິນກັນໂຄວິດ-19.

leftcenterrightdel
ນັກເຕະຂອງສະໂມສອນ Viettel ສັກວັກຊິນກັນໂຄວິດ-19 ເຂັມທີສອງສຳເລັດ. ພາບ: Viettel FC.

ຄູຝຶກ ເຈືອງຫວຽດຮວ່າງ ໃຫ້ຮູ້ວ່າ "ໃນຕໍ່ໜ້າຍັງມີສິ່ງທ້າທາຍຫຼາຍຢ່າງດ້ວຍການແຂ່ງຂັນກັບບັນດາທີມແຂງໃນສາຍ, ແຕ່ພວກຂ້າພະເຈົ້າຕັດສິນໃຈແຂ່ງຂັນ ແລະວາງເປົ້າໝາຍບັນລຸຜົນງານທີ່ດີໃນການແຂ່ງຂັນແຕ່ລະນັດ. ນີ້ແມ່ນຄວາມເປັນກຽດຂອງສະໂມສອນ, ທັງແມ່ນໜ້າທີ່ຂອງຊາດ. ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈເມື່ອກາຍເປັນຕົວແທນໜຶ່ງດຽວທີ່ໄດ້ເຂົ້າຮ່ວມການແຂ່ງຂັນບານເຕະໃນທະວີບ ແລະຈະມານະພະຍາຍາມອຸທິດສ່ວນເພື່ອສີສັນຊາດ...”.

ຄາດວ່າໃນວັນທີ 20 ມິຖຸນາ, ສະໂມສອນ Viettel ຈະອອກເດີນທາງໄປປະເທດໄທ ເພື່ອເຂົ້າຮ່ວມການແຂ່ງຂັນໃນສາຍ F, AFC Champions League 2021.

ໂດຍ:ທະນາພອນ