ທີມຊາດຫວຽດນາມ ບໍລິຈາກເງິນຈໍານວນ 300 ລ້ານດົ່ງເຂົ້າກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19
    
    
    
        
            
ກປ.ອອນໄລ  - ໂດຍຕອບສະໜອງຕາມຄໍາຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບການນໍາວັກຊິກປ້ອງກັນໂຄວິດ-19 ເຂົ້າເຖິງປະຊາຊົນທຸກຄົນ, ທີມຊາດຫວຽດນາມ ໄດ້ບໍລິຈາກເງິນຈໍານວນ 300 ລ້ານດົ່ງເຂົ້າກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19, ຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດ ຍູ້ຖອຍພະຍາດໂຄວິດ-19.
        
        
        
            
	
		
			
				     | 
		
		
			
				  | 
		
		
			| 
				ທີມຊາດຫວຽດນາມ ບໍລິຈາກເງິນຈໍານວນ 300 ລ້ານດົ່ງເຂົ້າກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19. ພາບ: VFF | 
		
	
	ຕາງໜ້າທີມຊາດຫວຽດນາມ, ຫົວໜ້າຄູ່ຝຶກ Park Hang-seo ໄດ້ສົ່ງຄໍາຂອບໃຈມາຍັງການນໍາພັກ, ລັດ, ລັດຖະບານ ແລະແຟນບານຫວຽດນາມ ເຊິ່ງຍາມໃດກໍສະຫງວນໃຫ້ແກ່ທີມຊາດຫວຽດນາມ ບັນດາອາລົມຈິດທີ່ດີງາມທີ່ສຸດ, ໃຫ້ກໍາລັງໃຈເພື່ອໃຫ້ທີມຊາດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ອຸປະສັກຕ່າງໆ. ຫົວໜ້າຄູ່ຝຶກ Park Hang-seo ເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງພັກ, ລັດ, ລັດຖະບານ, ນໍ້າໃຈຫວຽດນາມ ຈະໄດ້ຮັບການເສີມຂະຫຍາຍໃນການຕໍ່ສູ້, ຕ້ານພະຍາດໂຄວິດ-19, ສືບຕໍ່ສ້າງເປັນໄຊຊະນະຫວຽດນາມ. ເວລາ 22:00 ໂມງຂອງວັນທີ 8 ມິຖຸນາ (ຕາມເວລາຫວຽດນາມ), ທີມຊາດຫວຽດນາມພ້ອມດ້ວຍຄະນະຄູຝຶກ ໄດ້ກັບຄືນສະໜາມຝຶກແອບເພື່ອກະກຽມໃຫ້ແກ່ການລົງສະໜາມແຂ່ງຂັນກັບທີມຊາດມາເລເຊຍ ໃນວັນທີ 11 ມິຖຸນາ 2021 ຈະມາເຖິງ.
	ໂດຍ: ໄຊຊະນະ