ຕອນຄໍ່າວັນທີ 7 ມິຖຸນາ, ການແຂ່ງຂັນນັດທີ 8 ຂອງກຸ່ມ G ຮອບຄັດເລືອກທີ 2 World Cup 2022  ພາກພື້ນອາຊີ, ໄດ້ດໍາເນີນຢູ່ປະເທດ ອາຣັບ ເອມີເລັດ (UAE), ທີມຫວຽດນາມ ໄດ້ຊະນະທີມອິນໂດເນເຊຍ 4-0 ປະຕູ.

leftcenterrightdel
ນັກເຕະສອງທີມຫຼິ້ນເກມຢ່າງຂ້ຽວຂາດຢູ່ກາງສະໜາມ. ພາບ: qdnd.vn

ກ້າວສູ່ເກມແຂ່ງຂັນທີ່ສໍາຄັນແມ່ນຕ້ອງຍາດໄດ້ຄະແນນຕໍ່ທີມອິນໂດເນເຊຍ, ຄູ​ຝຶກ Park Hang-seo ໄດ້ໃຫ້ທີມຫວຽດນາມ ຫຼິ້ນເກມບຸກຕັ້ງແຕ່ຫົວທີ່. ໃນເຄິ່ງເວລາທໍາອິດ, ຫວຽດນາມ ບໍ່ສາມາດຍິງປະຕູໄດ້ລູກໃດຕໍ່ເກມຮັບຂອງອິນໂດເນເຊຍ.

leftcenterrightdel
ກອງໜ້າ ຕ໊ຽນລິງ ຍິງປະຕູຂຶ້ນນຳ 1-0 ໃຫ້ທີມຫວຽດນາມ. ພາບ: qdnd.vn

leftcenterrightdel
ນັກເຕະ ກວາງຫາຍ ສະຫຼອງໄຊພາຍຫຼັງຍິງໄດ້ປະຕູ. ພາບ: qdnd.vn

leftcenterrightdel
ບັນດານັກເຕະໃນທີມສະແດງຄວາມມ່ວນຊື່ນພ້ອມກັບກວາງຫາຍ. ພາບ: qdnd.vn

leftcenterrightdel
 
leftcenterrightdel
ນັັກເຕະ ກົງເຟື້ອງ ສະຫຼອງໄຊພາຍຫຼັງຍິງເຂົ້າປະຕູທີມອິນໂດເນເຊຍ. ພາບ: qdnd.vn

ກ້າວເຂົ້າສູ່ຕັງທີ 2, ຫວຽດນາມ ຍັງສືບຕໍ່ຫຼິ້້ນເກມບຸກຢູ່ສອງປີກ, ໂດຍເລັ່ງໃສ່ບ່ອນວ່າງລະຫວ່າງກອງກາງ  ແລະກອງຫຼັງຂອງຄູ່ແຂ່ງ... ແລະຍິງໄດ້ 4 ປະຕູຢ່າງຕໍ່ເນື່ອງດ້ວຍຜົນງານຂອງນັກເຕະ ຕ໊ຽນລິງ, ກວາງຫາຍ, ກົງເຟື້ອງ ແລະວັນແທງ.

leftcenterrightdel
ວັນແທງ ຍິງປະຕູລູກທີ 4. ຈົບເກມ, ທີມຫວຽດນາມ ຊະນະທີມອິນໂດເນເຊຍ 4-0 ປະຕູ. ພາບ: qdnd.vn

ຈົບເກມ, ຫວຽດນາມ ຊະນະທີມອິນໂດເນເຊຍ 4-0 ປະຕູ, ດ້ວຍຜົນງານນີ້, ຫວຽດນາມ ຍັງນໍາໜ້າກຸ່ມ G ດ້ວຍ 14 ຄະແນນ, ນີ້ແມ່ນທ່າໄດ້ປຽບທີ່ດີກ່ອນທີ່ຈະລົງສະໜາມແຂ່ງຂັນກັບທີມມາເລເຊຍ ໃນວັນທີ 11 ມິຖຸນາ 2021 ຈະມາເຖິງ.

ສ່ວນນັດແຂ່ງຂັນທີ່ຍັງເຫຼືອຂອງກຸ່ມ G, UAE ໄດ້ຊະນະທີມຊາດໄທ 3-1 ປະຕູ.

ໂດຍ: ໄຊຊະນະ