leftcenterrightdel
ກອງຫຼັງວັນເຮົ້າ (ເບື້ອງຂວາ) ກັບຄືນການແຂ່ງຂັນພາຍຫຼັງຖືກບາດເຈັບ. ພາບ: VFF.

ໃນນັດແຂ່ງຂັນປິດ, ຄູຝຶກ Park Hang-seo ໄດ້ແບ່ງຈໍານວນນັກເຕະຫວຽດນາມ ເປັນສອງທີມ, ແຕ່ລະທີມແຂ່ງຂັນເຄິ່ງເວລາ. ທີມບານເຕະຈໍແດນ ຍິງປະຕູຂຶ້ນນຳໃນນາທີ 11. ໃນນາທີ 25,  ທີມບານເຕະຫວຽດນາມ ສະເໝີດ້ວຍ 1-1 ປະຕູ. ໃນເຄິ່ງເວລາຂອງນັດທີສອງ, ທີມບານເຕະຈໍແດນ ໄດ້ຍິງລູກໂທດ, ແຕ່ວັນຕວ໋ານ ຍູ້ໄດ້ລູກໂທດຮັກສາຜົນການແຂ່ງຂັນ 1-1 ປະຕູໃຫ້ທີມບານເຕະຫວຽດນາມ.

ຕອນຄໍ່າວັນທີ 2 ມິຖຸນາ, ທີມບານເຕະຫວຽດນາມ ສືບຕໍ່ຝຶກແອບເພື່ອກະກຽມໃຫ້ແກ່ການແຂ່ງຂັນກັບທີມອິນໂດເນເຊຍ (ດໍາເນີນໃນວັນທີ 7 ມິຖຸນາ), ໃນຮອບຄັດເລືອກທີ 2 World Cup 2022 ພາກພື້ນອາຊີ.

ໂດຍ: ກວຽດເຕິມ