ທ່ານ ຫງວຽນຊວນຟຸກ ປະທານປະເທດ ສົ່ງຈົດໝາຍລະດົມກຳລັງໃຈທີມບານເຕະຫວຽດນາມ
ກປ.ອອນໄລ - ໃນຕອນບ່າຍວັນທີ 25 ພຶດສະພາ, ກ່ອນໜ້າທີມບານເຕະຫວຽດນາມ ຈະອອກເດີນທາງໄປແຂ່ງຂັນຮອບຄັດເລືອກ World Cup 2022 ຢູ່ສະຫະລັດ ອາຣັບ ເອັມມີເລັດ (UAE) ມື້ໜຶ່ງ, ທີມບານເຕະຫວຽດນາມ ເປັນກຽດໄດ້ຮັບຈົດໝາຍຈາກທ່ານປະທານປະເທດ ຫງວຽນຊວນຟຸກ ເພື່ອລະດົມກໍາລັງໃຈໃຫ້ແຂ່ງຂັນຈົນສຸດຄວາມສາມາດ ແລະຍາດໄດ້ໝາກຜົນສູງ.