leftcenterrightdel
ໂຮງແຮມ Oceanic ແມ່ນບ່ອນພັກຂອງທີມບານເຕະ futsal ຫວຽດນາມ. ພາບ: ຮ່າວີ.

ທີມບານເຕະ futsal ຫວຽດນາມ ໄດ້ຮັບການຕ້ອນຮັບຈາກ ສະຫະລັດ ອາຣັບ ເອັມມີເລັດ ຢ່າງລອບຄອບ ແລະຮັບການໜູນຊ່ວຍບັນດາລະບຽບການກວດກາສຸຂະພາບຢູ່ສະໜາມບິນ. ພາຍຫຼັງເກັບຕົວຢ່າງມາວິເຄາະຫາເຊື້ອດ້ວຍວິທີ RT-PCR ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ທີມບານເຕະ futsal ໄດ້ຍ້າຍໄປຢູ່ໂຮງແຮມດ້ວຍລົດເມສະເພາະ. ທີ່ສະຫະລັດ ອາຣັບ ເອັມມີເລັດ, ທີມບານເຕະ futsal ຫວຽດນາມ ຈະຢູ່ໂຮງແຮມ Oceanic, ຕັ້ງຢູ່ຕໍ່ໜ້າເຮືອນແຂ່ງຂັນ futsal. ວັນທີ 17 ພຶດສະພາ, ທີມ futsal ຫວຽດນາມ ຈະແຂ່ງຂັນມິດຕະພາບກັບທີມບານເຕະ ອີຣັກ ໃນເວລາ 19 ໂມງ.

ໂດຍ: ເກື່ອງດັ້ງ