leftcenterrightdel
ທີມບານເຕະ U.22 ຫວຽດນາມ ກໍາລັງກະກຽມໃຫ້ແກ່ຮອບຄັດເລືອກ U.23 ອາຊີ 2022 ແລະ SEA Games 31. ພາບ: ຫງວຽນຫ໊ຽນ.

ຕາມນັ້ນແລ້ວ, ທີມບານເຕະ U.23 ຫວຽດນາມ ຖືກຈັດຢູ່ອັນດັບທີ 13 ແລະຖືກຄັດເລືອກໃຫ້ເປັນໜຶ່ງໃນ 5 ທີມຢູ່ກຸ່ມທີ 1 ພາກພື້ນອາຊີຕາເວັນອອກ ແລະອາຊີຕາເວັນອອກສ່ຽງໃຕ້ ພ້ອມກັບ ສ.ເກົາຫຼີ (ອັນດັບ 1), ອົດສະຕາລີ (ອັນດັບ 3), ໄທ (ອັນດັບ 6) ແລະສປປ. ເກົາຫຼີ (ອັນດັບ 12). ແຕ່ລະທີມຈະແຂ່ງຂັນເລີ່ມແຕ່ວັນທີ 23 ຮອດວັນທີ 31 ຕຸລາ ເພື່ອເລືອກເອົາ 11 ທີມຢືນແຖວໜ້າ ແລະ 4 ທີມຢືນອັນດັບທີສອງ ເຂົ້າຮອບຊີງຊະນະເລີດພ້ອມກັບທີມເຈົ້າຖິ່ນອຸດສະເບກິດສະຖານ. ປະຈຸບັນ, ທີມ U.22 ຫວຽດນາມ (ກໍາລັງເຂົ້າຮ່ວມຮອບຄັດເລືອກ U.23 ອາຊີ) ພວມເຕົ້າໂຮມກັນຢູ່ຮ່າໂນ້ຍ ຈົນໄປຮອດວັນທີ 6 ມິຖຸນາ.

ໂດຍ: ເກື່ອງດັ້ງ