leftcenterrightdel
ທີມ futsal ຫວຽດນາມ ມຸ່ງໄປເຖິງເປົ້າໝາຍເຂົ້າຮ່ວມຮອບຊີງຊະນະເລີດ FIFA Futsal World Cup 2021. ພາບ: VFF.

ຜົນປະກົດວ່າ, ທີມຊາດຫວຽດນາມ ແຂ່ງຂັນກັບທີມລີບັງ ແລະທີມໄທ ແຂ່ງຂັນກັບທີມອີຣັກ. ຕາມຕາຕະລາງແລ້ວ, ການແຂ່ງຂັນຂາໄປ ແລະຂາກັບ ຈະຈັດຕັ້ງໃນວັນທີ 20 ແລະວັນທີ 25 ພຶດສະພາ. ປະຈຸບັນ, ທີມຊາດຫວຽດນາມ ຖືກຈັດອັນດັບ 44 ຂອງໂລກ, ສ່ວນລີບັງ ຖືກຈັດອັນດັບ 40 ຂອງໂລກ. ຍ້ອນແນວນັ້ນ, ການແຂ່ງຂັນລະຫວ່າງທີມຫວຽດນາມ ແລະລີບັງ ໄດ້ຮັບການຕີລາຄາແມ່ນເທົ່າທຽມກັນ. ໃນປະຫວັດສາດ, ທີມ futsal ຫວຽດນາມ ເຄີຍເຂົ້າຮ່ວມ World Cup ເທື່ອໜຶ່ງໃນປີ 2016 ແລະຢຸດໄວ້ຢູ່ຮອບ 1/8. ຕາມແຜນການແລ້ວ, ທີມ futsal ຫວຽດນາມ ຈະເຕົ້າໂຮມຢູ່ນະຄອນໂຮ່ຈີມິນ ໃນວັນທີ 3 ພຶດສະພາຈະມາເຖິງ, ພາຍຫຼັງການແຂ່ງຂັນຂາໄປລາງວັນ futsal HDBank 2021 ສິ້ນສຸດລົງ.

ໂດຍ: ເຈິ່ນຮວ່ຽນ