leftcenterrightdel
Vovinam ມີຫຼາຍຈັງຫວະທີ່ສວຍງາມ. ພາບ: qdnd.vn.

ການແຂ່ງຂັນໄດ້ດຶງດູດນັກກິລາກວ່າ 400 ຄົນທີ່ມາຈາກ 31, ຫົວໜ່ວຍ, ທ້ອງຖິ່ນທີ່ມີຂະບວນການ Vovinam ພັດທະນາຢ່າງແຮງ. ນັກກິລາແຂ່ງຂັນຢູ່ 48 ລາຍການ, ລວມມີ 26 ລຸ້ນນໍ້າໜັກ (ຊາຍ 14 ລຸ້ນ, ຍິງ 12 ລຸ້ນ) ແລະ 22 ປະເພດມວຍ. ນີ້ແມ່ນການກວດກາສໍາຄັນ, ແນໃສ່ຕີລາຄາວິວັດການຝຶກແອບ ແລະຫັດແອບວິຊາ Vovinam ຢູ່ທ້ອງຖິ່ນຕ່າງໆ; ພ້ອມທັງຊອກຫານັກກິລາໜຸ່ມມີຄວາມສາມາດບົ່ມຊ້ອນເພື່ອເພີ່ມເຕີມໃຫ້ທີມໄປເຂົ້າຮ່ວມການແຂ່ງຂັນລະດັບຊາດ, ພາກພື້ນໃນໄລຍະຈະມາເຖິງ. ຄາດຄະເນວ່າ, ການແຂ່ງຂັນຈະດໍາເນີນໄປຮອດວັນທີ 24 ເມສາ.

ໂດຍ: ກວຽດເຕິມ