leftcenterrightdel
ນັກກິລາເຂົ້າຮ່ວມການແຂ່ງຂັນແລ່ນມາຣາທອນ. ພາບ: ຮົ່ງຢາງ.

ນັກກິລາຈະແຂ່ງຂັນແລ່ນໃນໄລຍະຕ່າງໆ, ຄື: ມາຣາທອນ (42,195 ກິໂລແມັດ), ເຄິ່ງມາຣາທອນ (21,1 ກິໂລແມັດ), 10 ກິໂລແມັດ ແລະ 5 ກິໂລແມັດ. ໃນນັ້ນ, ການແຂ່ງຂັນແລ່ນມາຣາທອນມີນັກກິລາ 2.000 ກວ່າຄົນເຂົ້າຮ່ວມໂດຍແລ່ນຜ່ານບັນດາເມືອງ, ຄື: 1, 3, 5, 6, ບິ່ງແທ້ງ ແລະນະຄອນຖູດຶກ. 

leftcenterrightdel
ມອບລາງວັນໃຫ້ນັກກິລາຊາຍດີເດັ່ນທີ່ຍາດໄດ້ຜົນງານສູງຕາມກຸ່ມອາຍຸ. ພາບ: ຮົ່ງຢາງ.

ຜົນການແຂ່ງຂັນປະກົດວ່າ, ໄລຍະແລ່ນມາຣາທອນ ຫວຽດນາມ ເປີດກວ້າງ, ນັກກິລາ ຮວ່າງງວຽນແທງ ໄດ້ອັນດັບທີ 1 ສໍາລັບເພດຊາຍ ດ້ວຍເວລາ 2 ໂມງ 32 ນາທີ 49 ວິນາທີ ແລະນັກກິລາ ຮວ່າງທິງອັກຮວາ ໄດ້ອັນດັບທີ 1 ສໍາລັບເພດຍິງດ້ວຍເວລາ 2 ໂມງ 55 ນາທີ 49 ວິນາທີ. ໃນປະເພດການແຂ່ງຂັນສຸດທ້າຍໃນກຸ່ມອາຍຸທີ່ຢູ່ໃນໄລຍະແລ່ນມາຣາທອນ, ນັກກິລາ ດ່າວມິງຈີ໊ ໄດ້ອັນດັບທີ 1 ສໍາລັບເພດຊາຍ ແລະນັກກິລາ ຫງວຽນທິເດືອງ ໄດ້ອັນດັບທີ 1 ສໍາລັບເພດຍິງ.

ໂດຍ: ໄຊຊະນະ