leftcenterrightdel
ຄວາມດີໃຈຂອງນັກເຕະສະໂມສອນ Viettel ເມື່ອເອົາຊະນະສະໂມສອນຮ່າໂນ້ຍ ດ້ວຍ 1-0 ປະຕູ. ພາບ: qdnd.vn.

ນັບແຕ່ນາທີທີ 7, ສະໂມສອນ Viettel ໄດ້ເປີດປະຕູດ້ວຍການຍິງເຂົ້າຂອງນັກເຕະ ຈ້ອງຮວ່າງ. ໃນຊຸມນາທີສຸດທ້າຍ, ສະໂມສອນຮ່າໂນ້ຍ ສຸມກໍາລັງບຸກໂຈມຕີ ແຕ່ບໍ່ສາມາດຍິງເຂົ້າປະຕູໄດ້. ສະໂມສອນ Viettel ໄດ້ຊະນະ 3 ນັດຢ່າງຕໍ່ເນື່ອງ ແລະຢືນອັນດັບທີ 3 ໃນຕາຕະລາງຈັດອັນດັບດ້ວຍ 16 ຄະແນນ. ຍ້ອນວ່າກ່ອນໜ້ານັ້ນ, ສະໂມສອນຖ່ານກວ໋າງນີງ ຊະນະສະໂມສອນໄຊງ່ອນ ດ້ວຍ 1-0 ປະຕູ, ຜ່ານນັ້ນບືນຕົວຂຶ້ນມາຢູ່ອັນດັບທີ 1 ໃນຕາຕະລາງຈັດອັນດັບດ້ວຍ 18 ຄະແນນ. ສ່ວນຢູ່ສະໜາມກິລາຮ່າຕິ້ງ, ສະໂມສອນ ຮົ່ງລິ໊ງຮ່າຕິ້ງ ສະເໝີກັບສະໂມສອນ Topenland ບິ່ງດິ້ງ ດ້ວຍ 1-1 ປະຕູ.

ໂດຍ: ທະນາພອນ