leftcenterrightdel
ບັນຍາກາດທີ່ລາຍການ. ພາບ: kinhtedothi.vn

ທີ່ລາຍການ, ທ່ານ ເຈິ່ນດຶກເຟິ໊ນ ຮອງຫົວໜ້າກົມໃຫຍ່ກິລາ ແລະກາຍຍະກໍາ ຢືນຢັນວ່າ ຜ່ານໄລຍະທາງ 75 ປີທີ່ຮ່ວມເດີນທາງພ້ອມກັບປະເທດ, ພະນັກງານ, ຄູຝຶກ, ນັກກິລາ, ຜູ້ທີ່ເຮັດວຽກໃນຂົງເຂດກິລາກາຍຍະກໍາລຸ້ນຕ່າງໆຍາມໃດກໍ່ແກ້ໄຂຄວາມຫຍຸ້ງຍາກເພື່ອປະຕິບັດສຳເລັດໜ້າທີ່, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການຕໍ່ສູ້, ຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດຊາດ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ເຊີດຊູຄູຝຶກ ແລະນັກກິລາພົ້ນເດັ່ນທົ່ວປະເທດໃນປີ 2020. ຕາມນັ້ນແລ້ວ, ນັກເຕະ ຫງວຽນວັນກວ໊ຽດ (ສະໂມສອນຮ່າໂນ້ຍ) ໄດ້ຮັບນາມມະຍົດ "ນັກກິລາດີເດັ່ນທົ່ວປະເທດປີ 2020", ຄູຝຶກ ເຈືອງຫວຽດຮວ່າງ (ສະໂມສອນ Viettel) ແມ່ນຄູຝຶກດີເດັ່ນທີ່ສຸດ. ນັກກິລາ ກາວຫງອັກຮຸ່ງ (ນະຄອນໂຮ່ຈີມິນ) ແມ່ນນັກກິລາພິການດີເດັ່ນ, ຄູຝຶກ ດັ້ງວັນຟຸກ (ແລ່ນ ແລະລານ) ແມ່ນຄູຝຶກຄົນພິການດີເດັ່ນທົ່ວປະເທດ ປີ 2020.

ໂດຍ: ທະນາພອນ