ຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19 ເຮັດໃຫ້ການເດີນທາງຂອງທີມຍິງປືນຫວຽດນາມ ໃນຄັ້ງນີ້ຈະມີແຕ່ນັກຊ່ຽວຊານ Park Chung-gun ແລະນັກຍິງປືນ 3 ຄົນ ນັ້ນແມ່ນ: ເຈິ່ນກ໊ວກເກື່ອງ, ຫງວຽນດິ່ງແທ່ງ, ຟານຊວນຈວຽນ ເທົ່ານັ້ນ. ຕາມຄູຝຶກທີມຍິງປຶນຫວຽດນາມ ຫງວຽນທິຍູງ ແລ້ວ, ນັກຍິງປືນ ເຈິ່ນກ໊ວກເກື່ອງ ກໍາລັງແມ່ນຄວາມຫວັງໃຫຍ່ສຸດ. ນັກຍິງປືນຜູ້ດັ່ງກ່າວກໍາລັງຢູ່ອັນດັບທີ 17 ຂອງໂລກ ແລະພຽງແຕ່ສາມາດເລື່ອນຂຶ້ນມາຢູ່ອັນດັບທີ 16 ກໍ່ຈະໄດ້ປີ້ໄປເຂົ້າຮ່ວມການແຂ່ງຂັນ Olympic.

leftcenterrightdel
ນັກຍິງປືນຫວຽດນາມ ລ້ວນແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈສູງເພື່ອຍາດໄດ້ປີ້ໄປເຂົ້າຮ່ວມການແຂ່ງຂັນ Olympic. ພາບ: vtv.vn.

ຄູຝຶກ ຫງວຽນທິຍູງ ໃຫ້ຮູ້ວ່າ “ໃນຕອນເຊົ້າຂອງການຝຶກຍິງກ່ອນຈະເດີນທາງໄປເຂົ້າຮ່ວມການແຂ່ງຂັນ, ນັກກິລາລ້ວນແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈສູງວ່າຈະມານະພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນເພື່ອຍາດໄດ້ປີ້ໄປເຂົ້າຮ່ວມການແຂ່ງຂັນ Olympic”.

ເພື່ອເປັນການລະດົມກໍາລັງໃຈໃຫ້ນັກກິລາ, ຄູຝຶກ ຫງວຽນທິຍູງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ SENAVI ໄດ້ຕົກລົງມອບເງິນສົດຈໍານວນ 100 ລ້ານດົ່ງໃຫ້ແກ່ນັກກິລາທີມຍິງປືນຫວຽດນາມ ທີ່ສາມາດຍາດໄດ້ປີ້ໄປເຂົ້າຮ່ວມການແຂ່ງຂັນ Olympic ໃນລາຍການແຂ່ງຂັນຍິງປືນໂລກ,  ທີ່ຈະຈັດຂຶ້ນຢູ່ອິນເດຍ, ແຕ່ວັນທີ 18-28 ມີນາ ຈະມາເຖິງນີ້.

ທີມຍິງປືນຫວຽດນາມ ຈະແຂ່ງຂັນສໍາເລັດໃນວັນທີ 22 ມີນາ ແລະຈະໄດ້ລໍຖ້າ 10 ມື້ອີກ ຈຶ່ງສາມາດເດີນທາງກັບປະເທດໄດ້.

ໂດຍ: ໄຊຊະນະ