leftcenterrightdel
ການແຂ່ງຂັນທີ່ເດັດດ່ຽວຂອງນັກເຕະສະໂມສອນ Viettel  ແລະສະໂມສອນ Becamex ບິ່ງເຢືອງ. ພາບ: ຫວຽດລີງ

ດ້ວຍການແຂ່ງຂັນທີ່ມີຄວາມຕັດສິນໃຈສູງ, ສະໂມສອນ Viettel ຍິງເຂົ້າປະຕູໃນນາທີ 23 ໂດຍນັກເຕະ ງອັກຫ໊າຍ. ຫຼັງຈາກນັ້ນສະໂມສອນ Becamex ບິ່ງເຢືອງ ຍິງສະເໝີ 1-1 ປະຕູ ໃນນາທີ ທີ 31 ໂດຍນັກເຕະ ຕ໋ຽນລີງ. ໃນນາທີ 34, ນັກຮັບ ດຶກເກື່ອງ ຂອງສະໂມສອນ Becamex ບິ່ງເຢືອງ ມີຄວາມຜິດພາດເຮັດໃຫ້ນັກເຕະ P.Paulo ຍິງເຂົ້າປະຕູ ຊ່ວຍໃຫ້ສະໂມສອນ Viettel ຂຶ້ນນໍາໄປກ່ອນດ້ວຍ 2-1 ປະຕູ. ນາທີທີ່ຍັງເຫຼືອ, ສະໂມສອນ Becamex ບິ່ງເຢືອງ ໄດ້ພະຍາຍາມບຸກໂຈມຕີ ແຕ່ບໍ່ສາມາດຍິງເຂົ້າປະຕູໄດ້. ມາຮອດນາທີ ທີ 86, ນັກເຕະ V.Caique ຂອງສະໂມສອນ Viettel ຍິງເຂົ້າປະຕູຂອງສະໂມສອນ Becamex ບິ່ງເຢືອງ  ຊ່ວຍໃຫ້ສະໂມສອນ Viettel ຊະນະດ້ວຍ 3-1 ປະຕູ. ຊະນະນັດທໍາອິດ, ສະໂມສອນ Viettel ບືນຕົວຂຶ້ນຢືນອັນດັບທີ 8 ໃນຕາຕະລາງຈັດອັນດັບດ້ວຍ 4 ຄະແນນ.

ກ່ອນໜ້ານັ້ນ, ຢູ່ສະໜາມກິລາ Pleiku, ສະໂມສອນຮວ່າງແອັງຢາລາຍ ຊະນະສະໂມສອນ Topenland ບິ່ງດິ້ງ ດ້ວຍ 2-1 ປະຕູ. ສ່ວນຢູ່ສະໜາມກິລາ ເກິ໊ມຝາ, ສະໂມສອນຖ່ານກວ໋າງນີງ ຊະນະສະໂມສອນນະຄອນໂຮ່ຈີມິນ ດ້ວຍ 2-0 ປະຕູ.

ໂດຍ: ທະນາພອນ