ຫວຽດນາມ ຍາດໄດ້ຫຼຽນຄໍາທີ່ການແຂ່ງຂັນ Ju-Jitsu ໄທ ເປີດກວ້າງ
ກປ.ອອນໄລ - ຕາມນັກຂ່າວປະຈໍາ ໄທ, ທີມ Ju-Jitsu ຫວຽດນາມ ຍາດໄດ້ຫຼຽນຄໍາທີ່ການແຂ່ງຂັນ Ju-Jitsu ໄທ ເປີດກວ້າງ 2019 ເຊິ່ງໄດ້ຈັດຂຶ້ນໃນວັນທີ 30-31 ມີນາ ທີ່ມະຫາວິທະຍາໄລ Rangsit ຢູ່ຊານນະຄອນຫຼວງ ບາງກອກ.
ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້, ຫວຽດນາມ ໄດ້ຈັດສົ່ງນັກກິລາ 4 ຄົນທີ່ສັງກັດທີມ Judo - Ju Jitsu ຮ່າໂນ້ຍ ໄປແຂ່ງຂັນໃນປະເພດ Ju-Jitsu Newaza ໃນລຸ້ນອາຍຸເກີນ 18 ປີ. ດ້ວຍຜົນສໍາເລັດຂອງການຊະນະ 4 ຄັ້ງ, ໂດຍຊະນະ 3 ຄັ້ງຕິດຕໍ່ກັນພາຍໃນ 3 ນາທີ (ການແຂ່ງຂັນແຕ່ລະຄັ້ງໃຊ້ເວລາ 6 ນາທີ), ນັກກິລາ ດ່າວຮົ່ງເຊີນ ຍາດໄດ້ຫຼຽນຄໍາຢູ່ລຸ້ນນໍ້າໜັກ 56 ກິໂລກຼາມ.
ເຂົ້າຮ່ວມການແຂ່ງຂັນ Ju-Jitsu ໄທ ເປີດກວ້າງ 2019 ມີນັກກິລາ 1.000 ກວ່າຄົນທີ່ສັງກັດຢູ່ 67 ທີມ, ໃນນັ້ນມີບັນດາທີມທີ່ມາຈາກ ມາເລເຊຍ, ສິງກະໂປ ແລະຫວຽດນາມ.
    |
 |
ນັກກິລາ ດ່າວຮົ່ງເຊີນ ຮັບຫຼຽນຄໍາລຸ້ນນໍ້າໜັກ 56 ກິໂລກຼາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕາມທ່ານ ຫງວຽນແມ້ງຮຸ່ງ, ຮອງປະທານສະຫະພັນ Ju-Jitsu ອາຊີ ແລ້ວ, ຢູ່ ຫວຽດນາມ, ຂະບວນການ Ju-Jitsu ພັດທະນາໄດ້ປະມານ 5 ປີມານີ້. ດ້ວຍການໜູນຊ່ວຍຈາກຂະແໜງກິລາ-ກາຍະກໍາ, ຮ່າໂນ້ຍ ໄດ້ຈັດຕັ້ງບັນດາການແຂ່ງຂັນຢູ່ໃນລະດັບທະວີບ, ພາກພື້ນ ແລະເປີດກວ້າງ. ປີ 2019, ກົມໃຫຍ່ກິລາ-ກາຍະກໍາ ໄດ້ນໍາເອົາ Ju-Jitsu ເຂົ້າໃນລະບົບການແຂ່ງຂັນໃນທົ່ວປະເທດຢ່າງເປັນທາງການ ເພື່ອແນໃສ່ກະກຽມໃຫ້ແກ່ ຊີເກມ 30 ຢູ່ປະເທດ ຟີລິບປິນ.
ໂດຍ: ໄຊຊະນະ