leftcenterrightdel
ງານຕະຫຼາດນັດ ຈັດຂຶ້ນນັບແຕ່ນີ້ຮອດວັນທີ 7 ສິງຫາ. ພາບ: ສໍານັກຂ່າວສານຫວຽດນາມ

ງານຕະຫຼາດນັດ ຈັດຂຶ້ນນັບແຕ່ນີ້ຮອດວັນທີ 7 ສິງຫາ, ດ້ວຍຮ້ານວາງສະແດງເກືອບ 300 ຮ້ານ ຂອງວິສະຫະກິດ 150 ແຫ່ງ ທີ່ມາຈາກບັນດາທ້ອງຖິ່ນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ຄື: ກຳປູເຈຍ, ລາວ, ມຽນມາ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ.

ງານຕະຫຼາດນັດນີ້ໄດ້ຈັດຂຶ້ນປະຈຳປີ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ບັນດາອົງການສົ່ງເສີມການຄ້າ, ວິສາຫະກິດ, ການຮ່ວມມືສະຫະກອນຢູ່ພາຍໃນປະເທດເຂົ້າຮ່ວມການໂຄສະນາຜະລິດຕະພັນ, ສົ່ງເສີມ, ຊອກຫາຄູ່ຮ່ວມມືລົງທຶນ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ແຫຼ່ງຄັດຈາກ: vovworld.vn