ໂຄງການ “ແບ່ງປັນ ແລະອະນຸລັກຮັກສາມໍລະດົກຫວຽດນາມ” ໄດ້ຮັບການໜູນຊ່ວຍຈາກກອງທຶນສາມັກຄີບັນດາໂຄງການປ່ຽນແປງໃໝ່  (FSPI) ຂອງກະຊວງການຕ່າງປະເທດຝລັ່ງ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄູ່ຮ່ວມມືຫວຽດນາມ ແລະເພີ່ມທະວີການຮ່ວມມືກັບຫໍພິພິທະພັນຝລັ່ງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວໃນວັນທີ 3 ມິຖຸນາ ທີ່ສະຖານທູດຝລັ່ງ ປະຈໍາ ຫວຽດນາມ. ພາບ: ເຟືອງລິງ

ໂດຍໄດ້ຮັບການຜັນຂະຫຍາຍໃນຮອບ 2 ປີ, ແຕ່ປີ 2022 ຮອດປີ 2024, ໂຄງການດັ່ງກ່າວໄດ້ສະແດງໃຫ້ເຫັນໝາກຜົນດີພໍສົມຄວນໃນຫຼາຍດ້ານ. ບໍ່ພຽງແຕ່ຕອບສະໜອງເປົ້າໝາຍເສີມຂະຫຍາຍຄຸນຄ່າດ້ານວິຊາສະເພາະຂອງຝລັ່ງ ໃນຂົງເຂດຫໍພິພິທະພັນເທົ່ານັ້ນ, ແຕ່ໂຄງການຍັງສ້າງການພົວພັນຢ່າງເລິກເຊິ່ງລະຫວ່າງບັນດາອົງການວັດທະນະທຳ, ມໍລະດົກຂອງຫວຽດນາມ ກໍ່ຄືກັບບັນດາຄູ່ຮ່ວມມືຂອງຝລັ່ງ ອີກດ້ວຍ, ໃນນັ້ນມີສູນວິທະຍາສາດເຕັກໂນໂລຢີ Universcience, ຫໍພິພິທະພັນປະຫວັດສາດທໍາມະຊາດແຫ່ງຊາດ ປາຣີ, ຫຼືຫໍພິພິທະພັນ Confluences ແລະສະຖາບັນມໍລະດົກແຫ່ງຊາດຝລັ່ງ; ຖ່າຍທອດປະສົບການດ້ານວິຊາສະເພາະທີ່ມີຄ່າຈາກປະເທດຝລັ່ງ ໂດຍຜ່ານໂຄງການທົດລອງ.

ບັນດາຄູ່ຮ່ວມມືຫວຽດນາມ ກໍ່ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນ ແລະຄຸນນະພາບຂອງໂຄງການ, ພ້ອມທັງສະແດງຄວາມປາດຖະໜາຢາກຜັນຂະຫຍາຍຫຼາຍໂຄງການຮ່ວມມືຕື່ມອີກໃນອະນາຄົດ. ທ່ານເອກອັກຄະລັດຖະທູດ Olivier Brochet ຢືນຢັນວ່າ: “ໂຄງການນີ້ແມ່ນການສືບທອດການຮ່ວມມືລະຫວ່າງຝລັ່ງ ແລະຫວຽດນາມ, ພ້ອມທັງສ້າງປະຖົມປັດໄຈເພື່ອເປີດໂຄງການຮ່ວມມືໃນປີ 2025”.

ໂດຍ: ທູຈາງ