ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝລັ່ງ ດິງຕວານທັງ ເນັ້ນໜັກວ່າ, ງານວາງສະແດງແມ່ນໂອກາດເພື່ອໃຫ້ເພື່ອນມິດຝລັ່ງ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະທານໂຮ່ຈີມິນ, ພ້ອມທັງກໍ່ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ບັນດາເຫດການສຳຄັນ: ເດີນຕາມຮ່ອງຮອຍປະທານໂຮ່ຈີມິນ ໃນທົ່ວເຂດພາກຂອງ ຝລັ່ງ. ສ່ວນທ່ານຫົວໜ້າຫໍພິພິຕະພັນປະຫວັດສາດມີຊີວິດ Éric Lafon ໃຫ້ຮູ້ວ່າ, ຫໍພິພິຕະພັນຍາມໃດກໍ່ສະຫງວນຫ້ອງໜຶ່ງເພື່ອເກັບຮັກສາ ແລະວາງສະແດງບັນດາພາບຖ່າຍ, ວັດຖຸພັນອັນລ້ຳຄ່າກ່ຽວກັບຊີວິດການເຄື່ອນໄຫວຂອງປະທານໂຮ່ຈີມິນ ໃນຊຸມເດືອນປີຢູ່ ຝລັ່ງ.

leftcenterrightdel
ພິທີໄຂງານວາງສະແດງ. ພາບ: vovworld.vn

“ສິ່ງທີ່ເຮັດໃຫ້ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈເມື່ອຄິດເຖິງປະທານໂຮ່ຈີມິນ, ນັ້ນແມ່ນຄຸນຄ່າຂອງນ້ຳໃຈເມດຕາປານີ, ນ້ຳໃຈຮັກຊາດ ແລະ ຄວາມຕັດສິນໃຈປົກປັກຮັກສາປະເທດຊາດ, ຍາດເອົາເອກະລາດມາໃຫ້ປະເທດຊາດ. ປະທານໂຮ່ຈີມິນ ແລະ ບັນດາສະຫາຍຂອງຕົນ ໄດ້ຊ່ວຍໃຫ້ປະຊາຊົນຝລັ່ງ ຫວນຄືນວ່າເຂົາເຈົ້າກໍ່ເຄີຍຕໍ່ສູ້ເພື່ອຍາດເອົາເອກະລາດ ແລະປົກປັກຮັກສາຜືນແຜ່ນດິນຢ່າງຄົບຖ້ວນ ຕໍ່ໜ້າປົກຄອງຂອງຊາວ ເຢຍລະມັນ”.

ແຫຼ່ງຄັດຈາກ: vovworld.vn