leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ຮ໊ຽວເຈື່ອງ

ງານວາງສະແດງລວມມີຮູບຖ່າຍ 150 ແຜ່ນທີ່ແນະນຳກ່ຽວກັບການຕັດສິນໃຈດ້ານຍຸດທະສາດ, ບັ້ນສູ້ຮົບທີ່ພົ້ນເດັ່ນ, ການຜັນແປ, ໝາກຜົນ ແລະຄວາມໝາຍຂອງໄຊຊະນະດ້ຽນບຽນຝູ ແລະໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ. ນີ້ແມ່ນໂອກາດເພື່ອໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະປະຊາຊົນທຸກຊັ້ນວັນນະກ່ຽວກັບຂີດໝາຍອັນສະຫງ່າງາມໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເສລີພາບຂອງປະເທດຊາດ. ຜ່ານນັ້ນໄດ້ປຸກລຸກຄວາມເອກອ້າງທະນົງໃຈ, ເຊີດຊູຕົນເອງ, ຄວາມຮັບຜິດຊອບຂອງແຕ່ລະຄົນໃນກິດຈະການປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.

ໂດຍ: ເຈິ່ນຮວ່ຽນ