leftcenterrightdel
 
leftcenterrightdel
ລາຍການສະແດງສິລະປະວັດທະນະທໍາຈໍານວນໜຶ່ງທີ່ພິທີໄຂວັນບຸນ. ພາບ: qdnd.vn

ວັນບຸນ ດໍາເນີນແຕ່ວັນທີ 19 ຫາວັນທີ 21 ກຸມພາ (ກົງກັບວັນທີ 10 ຫາວັນທີ 12 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ) ດ້ວຍກິດຈະກຳເຄື່ອນໄຫວທີ່ອຸດົມສົມບູນ, ດຶງດູດໃຈ, ເຕັມໄປດ້ວຍສີສັນວັດທະນະທໍາບັນດາເຜົ່າສ່ວນໜ້ອຍ ຄື: ພິທີໄຂ ແລະສະແດງສິລະປະມະຫາຊົນດ້ວຍຫົວຂໍ້: ສີສັນລະດູບານໃໝ່ ເຂດຊາຍແດນ”.

leftcenterrightdel
ການນໍາເມືອງນໍ້າໂປ່, ແຂວງດ້ຽນບຽນ ມອບຊໍ່ດອກໄມ້ໃຫ້ບັນດາກົມກອງເຂົ້າຮ່ວມວັນບຸນ. ພາບ: qdnd.vn

ພິເສດ, ປະຊາຊົນ ແລະແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມ, ຄົ້ນຫາການເຄື່ອນໄຫວວັດທະນະທໍາ, ແຂ່ງຂັນກິລາທີ່ອຸດົມສົມບູນ, ດຶງດູດໃຈ ລວມມີ: ງານວາງສະແດງ ແລະຂາຍຜະລິດຕະພັນທີ່ເປັນເອກະລັກ, ຜະລິດຕະພັນ OCOP; ເຂົ້າຮ່ວມ, ຄົ້ນຫາ, ປຸງແຕ່ງ ແລະຮັບປະທານອາຫານຂອງບັນດາຕາແສງໃນບໍລິເວນເມືອງ. ໃນຂອບເຂດວັນບຸນຈະດໍາເນີນການແຂ່ງຂັນກິລາພື້ນເມືອງບັນດາເຜົ່າ, ການລະຫຼິ້ນພື້ນເມືອງ ຄື: ໝາກຂ່າງ, ຍູ້ໄມ້, ຫຼິ້ນໝາກແລະ, ໂຍນໝາກຄອນ, ຊິງຊ້າສະຫວັນ, ຂັບລໍາກ້ຽວພາລາສີ...

leftcenterrightdel
ບັນດາຜູ້ແທນ ແລະປະຊາຊົນບັນດາເຜົ່າເຂົ້າຮ່ວມການຟ້ອນແຊ່ວສາມັກຄີທີ່ພິທີໄຂງານບຸນ. ພາບ: qdnd.vn

ຜ່ານວັນບຸນເພື່ອແນໃສ່ອະນຸລັກຮັກສາ, ເຊີດຊູ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາທີ່ເປັນເອກະລັກຂອງບັນດາເຜົ່າສ່ວນໜ້ອຍເມືອງນໍ້າໂປ່; ປະກອບສ່ວນຍົກສູງຊີວິດທາງດ້ານຈິດໃຈໃຫ້ແກ່ປະຊາຊົນ, ສ້າງບັນຍາກາດແຂ່ງຂັນກັນອອກແຮງງານ, ທໍາການຜະລິດຢ່າງຄຶກຄື້ນ. ພ້ອມທັງໂຄສະນາ, ແນະນໍາກ່ຽວກັບຮູບພາບທໍາມະຊາດ, ຜູ້ຄົນ, ຄວາມສາມາດບົ່ມຊ້ອນທາງດ້ານວັດທະນະທໍາ, ກິລາຂອງບັນດາເຜົ່າໃນບໍລິເວນໃຫ້ເພື່ອນມິດພາຍໃນ ແລະຕ່າງແຂວງ ຮັບຮູ້.

ໂດຍ: ໄຊຊະນະ