ໃນລະຫວ່າງວັນທີ 17 – 18 ກຸມພາ (ກົງກັບວັນທີ 8 ແລະວັນທີ 9 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ), ມວນຊົນຊາວນະຄອນຫຼວງຮ່າໂນ້ຍ ໄດ້ຄົ້ນຫາກ່ຽວກັບ ບຸນເຕັດ ແລະມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະ ຂອງໂຮ້ຍອານ ຢູ່ ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວໂດຍຫໍພິພິຕະພັນຊົນເຜົ່າວິທະຍາຫວຽດນາມ ສົມທົບກັບສູນວັດທະນະທຳ - ກິລາ ແລະວິທະຍຸ - ໂທລະພາບນະຄອນໂຮ້ຍອານ ຈັດຂຶ້ນ.

leftcenterrightdel
ລາຍການສະແດງສິລະປະ. ພາບ: daibieunhandan.vn

ມວນຊົນທີ່ມາຫໍພິພິຕະພັນຊົນເຜົ່າວິທະຍາຫວຽດນາມຈະໄດ້ເຊື່ອມຕົວເຂົ້າກັບວັດທະນະທຳທີ່ເປັນ ເອກະລັກສະເພາະຂອງຄຸ້ມຖະໜົນເກົ່າ ໂຮ້ຍອານ ທີ່ໄດ້ສ້າງຂຶ້ນ, ໃນທ່າມກາງໄຟແສງສີຂອງໂຄມໄຟ, ສຽງດົນຕີ, ສຽງຂັບລຳ, ຂອງ ເຂດດິນແດນ ກວາງ, ການລະຫຼີ້ນ, ການສະແດງຂອງປະຊາຊົນທີ່ມາຈາກໂຮ້ຍອານ....

ພວກເພື່ອນໜຸ່ມມີໂອກາດໄດ້ຊອກຮູ້ກ່ຽວກັບບຸນເຕັດທີ່ເປັນມູນເຊື້ອ ແລະວັດທະນະທຳຂອງໂຮ້ຍອານ ດ້ວຍການນຳໃຊ້ເຕັກໂນໂລຊີ ໂດຍຜ່ານໜ້າຈໍ ແລະແຂ່ງຂັນກັນແຕ້ມໂຕມັງກອນ... ພິເສດ, ລາຍການຍັງມີການເຄື່ອນໄຫວ “ຄໍ່າຄືນໂຮ້ຍອານ: ພ້ອມກັນຈຸດປະກາຍແສງມໍລະດົກ ”, ເປີດປະຕູໃຫ້ເຂົ້າຊົມຟຼີ ແຕ່ເວລາ 17 ໂມງ 30 ນາທີ ເຖິງ 21 ໂມງ, ໃນວັນທີ 17 ແລະ 18 ກຸມພາ.

ໂດຍ: ກວຽດເຕິມ