leftcenterrightdel
ລາຍການສະແດງສິລະປະໄຂງານບຸນ. ພາບ: qdnd.vn

ຕອນຄໍ່າວັນທີ 8 ທັນວາ, ຢູ່ຖະໜົນຍ່າງອ້ອມໜອງຮວ່ານກ໋ຽມ (ຮ່າໂນ້ຍ), ແຂວງກາວບັ່ງ ໄດ້ຈັດຕັ້ງພິທີໄຂງານບຸນທ່ອງທ່ຽວນອນເນື໊ອກກາວບັ່ງ 2023 ດ້ວຍຫົວຂໍ້ “ນອນເນື໊ອກກາວບັ່ງ - ແດນເທວະດາ”. ໃນຂອບເຂດຂອງລາຍການ, ໄດ້ດໍາເນີນການເຄື່ອນໄຫວທີ່ດຶງດູດໃຈຫຼາຍຢ່າງ, ຄື: ການສະແດງ ແລະວາງສະແດງຊຸດແຟຊັນ, ການສະແດງຊຸດອາພອນຊົນເຜົ່າ; ສະແດງສິລະປະພື້ນເມືອງກາວບັ່ງ, ວາງສະແດງຮູບພາບທີ່ສວຍງາມກ່ຽວກັບການທ່ອງທ່ຽວກາວບັ່ງ, ສວນສາທາລະນະທໍລະນີທົ່ວໂລກ UNESCO ນອນເນື໊ອກກາວບັ່ງ, ແນະນຳອາຊີບຫັດຖະກຳພື້ນເມືອງເຊັ່ນ: ການຜະລິດເຄື່ອງດົນຕີພື້ນເມືອງ, ໝວກຂອງຊາວເຜົ່ານຸ່ງ, ສິລະປະຖັກແສ່ວ, ...

ໂດຍ: ທະນາພອນ