ລາຍການໄດ້ດຶງດູດຜູ້ແທນເຂົ້າຮ່ວມເກືອບ 500 ຄົນ ພ້ອມກັບປະຊາຊົນນະຄອນດ່າໜັ້ງ, ຊາວລັດເຊຍ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະຮ່ຳຮຽນຢູ່ນະຄອນດ່າໜັ້ງ ແລະທ້ອງຖິ່ນຈຳນວນໜຶ່ງ. ລາຍການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສະຫະພັນລັດເຊຍ ໄດ້ດໍາເນີນໄປຢ່າງຟົດຟື້ນດ້ວຍລາຍການສະແດງສິລະປະຂອງບັນດານັກສິລະປິນສະຫະພັນລັດເຊຍ ແລະນັກສິລະປິນນະຄອນ, ນັກສຶກສາມະຫາວິທະຍາໄລພາສາຕ່າງປະເທດດ່າໜັ້ງ; ບັນດາບົດເພງ, ບົດຟ້ອນໄດ້ສະແດງໃຫ້ເຫັນນໍ້າໃຈມິດຕະພາບຂອງສອງປະເທດ.

leftcenterrightdel
ລາຍການສະແດງສິລະປະຂອງນັກສິລະປິນທີ່ມາຈາກສະຫະພັນລັດເຊຍ. ພາບ: nhandan.vn

ທີ່ລາຍການ, ປະຊາຊົນ ແລະນັກທ່ອງທ່ຽວໄດ້ຊີມອາຫານການກິນທີ່ເປັນເອກະລັກຂອງລັດເຊຍ ແລະນະຄອນດ່າໜັ້ງ. ທຸກຄົນທີ່ໄປຮ່ວມງານໄດ້ໄປຢ້ຽມຊົມ, ຊື້ເຄື່ອງຂອງທີ່ລະນຶກ, ເຄື່ອງສຳອາງ, ຢາປິ່ນປົວພະຍາດທີ່ມີຊື່ສຽງຂອງລັດເຊຍ ພ້ອມກັບຜະລິດຕະພັນປະເພດທີ່ເປັນເອກະລັກຂອງດ່າໜັ້ງ…

ທ່ານ ໂຮ່ກີ່ມິງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນດ່າໜັ້ງ ໃຫ້ຮູ້ວ່າ ລາຍການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສະຫະພັນລັດເຊຍ ໄດ້ຮັບການຈັດຕັ້ງດ້ວຍຄວາມປາດຖະໜາຢາກແນະນຳວັດທະນະທຳຂອງປະເທດລັດເຊຍ ໃຫ້ປະຊາຊົນນະຄອນດ່າໜັ້ງ, ພິເສດແມ່ນລຸ້ນໜຸ່ມ, ພ້ອມທັງໄດ້ແນະນຳວັດທະນະທຳຫວຽດນາມໃຫ້ແກ່ເພື່ອນມິດລັດເຊຍ... ຜ່ານນັ້ນ, ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ, ການຮ່ວມມືພັດທະນາລະຫວ່າງປະຊາຊົນນະຄອນດ່າໜັ້ງ ແລະປະຊາຊົນລັດເຊຍ.

ໂດຍ: ຈາງຫງວຽນ