leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baovanhoa.vn

ຕອນບ່າຍວັນທີ 12 ພະຈິກ, ຢູ່ນະຄອນດາລາດ, ແຂວງເລີມດົ່ງ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ແລະຄະນະກຳມະການປະຊາຊົນແຂວງເລີມດົ່ງ ໄດ້ຈັດກອງປະຊຸມຖະແຫຼງຂ່າວບັນດາເນື້ອໃນກ່ຽວຂ້ອງເຖິງງານມະໂຫລານຮູບເງົາຫວຽດນາມ ຄັ້ງທີ 23 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 21-25 ພະຈິກ.

ງານມະໂຫລານຟິມຮູບເງົາຫວຽດນາມ ປີນີ້ມີຫົວຂໍ້ “ສ້າງອຸດສາຫະກຳຮູບເງົາຫວຽດນາມ ເຂັ້ມຂົ້ນໄປດ້ວຍສີສັນຊາດ, ທັນສະໄໝ ແລະ ວັດທະນະທຳມະນຸດ”. ງານມະໂຫລານມີຮູບເງົາ 180 ເລື່ອງເຂົ້າຮ່ວມການເສັງ, ນີ້ແມ່ນຈຳນວນສູງສຸດນັບແຕ່ກ່ອນມາຮອດປະຈຸບັນ. ໃນນັ້ນ, ມີຮູບເງົາ 91 ເລື່ອງໄດ້ຄັດເລືອກເຂົ້າຮອບການເສັງ ແລະ 56 ເລື່ອງໄດ້ເລືອກເຂົ້າຮູບເງົາພາໂນຣາມາ (Panorama). ນອກຈາກພິທີໄຂ, ອັດ ແລະມອບລາງວັນ, ງານມະໂຫລານຍັງມີການເຄື່ອນໄຫວຫຼາຍຢ່າງ, ຄື: ງານວາງສະແດງ, ກອງປະຊຸມສຳມະນາ…

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ