leftcenterrightdel
ລາຍການເຊີດສິງໂຕໃນວັນບຸນໄຫວ້ພະຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ເຫດການດັ່ງກ່າວ, ພວກນ້ອງນັກຮຽນ ໄດ້ຊົມລາຍການເຊີດສິງໂຕຢ່າງຄຶກຄື້ນມ່ວນຊື່ນ ພ້ອມກັບລາຍການຮ້ອງເພງ ໂດຍແມ່ນກອງສິລະປະຂອງໂຮງຮຽນສະແດງ. ນອກຈາກນັ້ນ, ພວກນ້ອງນັກຮຽນຍັງໄດ້ເຂົ້າຮ່ວມການລະຫຼິ້ນທີ່ຈັບອົກຈັບໃຈ. ລາຍການໄດ້ສ້າງບັນຍາກາດທີ່ມີຄວາມເບີກບານມ່ວນຊື່ນ, ຕື່ນເຕັ້ນ ແລະເຕັມໄປດ້ວຍສີສັນຂອງວັນບຸນໄຫວ້ພະຈັນ.

leftcenterrightdel
ລາຍການສະແດງສິລະປະ ໃນວັນບຸນໄຫວ້ພະຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມຄະນະຈັດຕັ້ງແລ້ວ, ນີ້ແມ່ນໂອກາດເພື່ອສ້າງສະໜາມການລະຫຼິ້ນທີ່ມີປະໂຫຍດ, ຊ່ວຍໃຫ້ພວກນ້ອງຕ້ອນຮັບບຸນໄຫວ້ພະຈັນດ້ວຍຄວາມອົບອຸ່ນ ແລະ ມີຄວາມໝາຍຕໍ່ກັບບັນດາຄູອາຈານ, ຄອບຄົວ ແລະໝູ່ເພື່ອນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກນ້ອງພົບປະແລກປ່ຽນ, ລະຫຼີ້ນ ແລະຊອກຮູ້ຄວາມໝາຍຂອງບຸນໄຫວ້ພະຈັນ. ນອກຈາກນັ້ນ, ລາຍການຍັງແມ່ນໂອກາດເພື່ອຍົກສູງຄວາມຮັບຜິດຊອບຂອງຄອບຄົວ, ໂຮງຮຽນ, ຊຸມຊົນ ແລະ ທົ່ວສັງຄົມຕໍ່ພາລະກິດປົກປັກຮັກສາ, ເບິ່ງແຍງດູແລ ແລະ ສຶກສາອົບຮົມເດັກນ້ອຍ.

ໂດຍ: ທູຈາງ