leftcenterrightdel
ບັນດາສະມາຊິກສະໂມສອນມໍລະດົກເສື້ອຍາວຫວຽດນາມ ມີໜ້າໃນເຫດການ “ງານບຸນດອກບົວ-ສີດອກບົວໃນລະດູຮ້ອນ”. ພາບ: qdnd.vn

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີຂອງສະໂມສອນມໍລະດົກເສື້ອຍາວຫວຽດນາມ (ຂຶ້ນກັບສະມາຄົມມໍລະດົກວັດທະນະທຳຫວຽດນາມ). ບັນດາການເຄື່ອນໄຫວແມ່ນແນໃສ່ແຜ່ຂະຫຍາຍຄວາມສວຍງາມຂອງດອກບົວ-ດອກໄມ້ທີ່ພວມໄດ້ຄົ້ນຄວ້າ, ສ້າງສຳເລັດເອກະສານເພື່ອຍື່ນສະເໜີເປັນດອກໄມ້ປະຈຳຊາດຫວຽດນາມ ແລະຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງເສື້ອຍາວ, ເພີ່ມຄວາມສວຍງາມໃຫ້ແມ່ຍິງ, ມຸ່ງໄປເຖິງການສ້າງສຳເລັດເອກະສານຍື່ນສະເໜີໃຫ້ UNESCO ເອົາເສື້ອຍາວຫວຽດນາມ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍານາມມະທໍາ.

ໃນຂອບເຂດລາຍການຍັງໄດ້ດໍາເນີນການເຄື່ອນໄຫວປະມູນລົດຖີບ Peugeot ລຸ້ນພິເສດ ໂດຍນັກສະສົມ ດ່າວຊວນຕີ່ງ ແລະພັນລະຍາແມ່ນທ່ານນາງ ຄຸ໊ກທິເຢົ້າ, ເງິນທີ່ປະມູນໄດ້ທັງໝົດຈະມອບໃຫ້ສະໂມສອນມໍລະດົກເສື້ອຍາວຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ