ພິທີເປີດງານບຸນບັ້ງໄຟດອກສາກົນດ່ານັ້ງ 2023
ກປ.ອອນໄລ - ຕອນຄໍ່າວັນທີ 2 ມິຖຸນາ, ຢູ່ນະຄອນດ່ານັ້ງ, ງານບຸນບັ້ງໄຟດອກສາກົນດ່ານັ້ງ (DIFF 2023) ໄດ້ໄຂຂຶ້ນຢ່າງໜ້າປະທັບໃຈ, ດ້ວຍລາຍການສະແດງຍິງບັ້ງໄຟດອກທີ່ໜ້າປະທັບໃຈ ຂອງທີມ ແຟງລັງ ແລະ ທີມຫວຽດນາມ.
ດ້ວຍຫົວຂໍ້ວ່າ “ນຳເອົາສັນຕິພາບມາໃຫ້ມວນມະນຸດ” ໄດ້ເປັນການເປີດສາກງານບຸນບັ້ງໄຟດອກ ທີ່ດໍາເນີນແຕ່ວັນທີ 2 ມິຖຸນາ ຫາວັນທີ 8 ກໍລະກົດ, ຄ່ຳຄືນເປີດສາກງານບຸນ DIFF 2023 ໄດ້ວາດພາບເຖິງຮູບພາບອັນສົດໃສຂອງນໍ້າໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີ ແລະສັນຕິພາບ, ນໍາເອົາຄວາມດຶງດູດໃຈມາໃຫ້ຜູ້ຊົມທັງຫຼາຍ.
    |
 |
ລາຍການສະແດງສິລະປະ ຕ້ອນຮັບງານບຸນບັ້ງໄຟດອກສາກົນດ່ານັ້ງ 2023. ພາບ: ຮົ່ງຊ໋າງ |
    |
 |
ລາຍການຍິງບັ້ງໄຟດອກ ໃນຄໍ່າຄືນເປີດສາກຂອງທີມຫວຽດນາມ. ພາບ: ຮົ່ງຊ໋າງ |
ພິເສດ, ພາຍຫຼັງ 3 ປີທີ່ລໍຄອຍ, ຜູ້ຊົມ DIFF ໃນປະຈຸບັນສາມາດເຫັນທ້ອງຟ້າ ແລະແມ່ນ້ຳ ຮ່ານ ປຽບເໝືອນການລວມຕົວກັນເປັນໜຶ່ງ, ເມື່ອລາຍການເປີດສາກ “ຍິງບັ້ງໄຟດອກ” ໂດຍທີມບັ້ງໄຟດອກດ່ານັ້ງ ຂອງຫວຽດນາມ ແລະ ທີມ JoHo ຂອງແຟງລັງ ສະແດງ. DIFF 2023 ດ້ວຍຫົວຂໍ້ “ໂລກບໍ່ມີໄລຍະຫ່າງ” ດ້ວຍການເຂົ້າຮ່ວມຂອງ 8 ທີມ ທີ່ມາຈາກ: ອັງກິດ, ອີຕາລີ, ໂປໂລຍ, ຝະລັ່ງ, ອົດສະຕາລີ, ການາດາ, ແຟງລັງ ແລະຕາງໜ້າຂອງຫວຽດນາມ ແມ່ນ ນະຄອນດ່ານັ້ງ.
ໂດຍ: ທູຈາງ