leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ຜ່ານການຈັດຕັ້ງ 3 ຄັ້ງ, ງານບຸນຊຸດເສື້ອຍາວໄດ້ກາຍເປັນເຫດການວັດທະນະທຳ-ທ່ອງທ່ຽວພົ້ນເດັ່ນ, ສ້າງຂີດໝາຍສະເພາະ, ດຶງດູດຄວາມສົນໃຈຂອງປະຊາຊົນທ້ອງຖິ່ນ ແລະແຂກທ່ອງທ່ຽວຢູ່ແຂວງແຄ໋ງຮວ່າເປັນຈຳນວນຫຼວງຫຼາຍ. ງານບຸນຄັ້ງທີ 4 ເພື່ອແນໃສ່ເຊີດຊູຈຸດຄວາມງາມຂອງຊຸດເສື້ອຍາວທີ່ເປັນມູນເຊື້ອຂອງຫວຽດນາມ ຜ່ານບັນດາການເຄື່ອນໄຫວວັດທະນະທຳດ້ານຈິດວິນຍານທີ່ເປັນເອກະລັກສະເພະ, ດຶງດູດໃຈ, ປະກອບສ່ວນອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ. ປີນີ້, ງານບຸນສືບຕໍ່ໄດ້ຍົກລະດັບດ້ານຂອບຂະໜາດ ແລະປ່ຽນໃໝ່ດ້ານເນື້ອໃນ, ນຳມາໃຫ້ປະຊາຊົນທ້ອງຖິ່ນພ້ອມກັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ ໄດ້ຮັບຊົມຈຸດທີ່ເປັນເອກະລັກສະເພາະເມື່ອເຂົ້າຮ່ວມງານບຸນທະເລຂອງຍາຈາງ, ແຂວງແຄ໊ງຮ່ວາ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ