“ສີສັນສວຍງາມຂອງ ຕາມກົກ - ຈ່າງອານ”
ກປ.ອອນໄລ - ນີ້ແມ່ນຫົວຂໍ້ຂອງສັບປະດາການທ່ອງທ່ຽວນິງບິ່ງ ປີ 2023, ເຊິ່ງໄດ້ໄຂຂຶ້ນໃນວັນທີ 27 ພຶດສະພາ ຢູ່ ຕາມກົກ (ນິງບິ່ງ).
    |
 |
ພິທີແຫ່ມັງກອນ ຢູ່ແມ່ນໍ້າໂງດົ່ງ ທີ່ພິທີໄຂ. ພາບ: ແທັງມາຍ. |
ພິທີໄຂ ລວມມີການເຄື່ອນໄຫວສິລະປະວັດທະນະທໍາ; ພິທີແຫ່ມັງກອນຢູ່ແມ່ນໍ້າ ໂງດົ່ງ; ຢ້ຽມຊົມທັດສະນີຍະພາບ, ຊົມທົ່ງນາເຂົ້າສຸກເຫຼືອງ... ເຊິ່ງໄດ້ດຶງດູດການ ເຂົ້າຮ່ວມຂອງປະຊາຊົນທ້ອງຖິ່ນ, ນັກທ່ອງທ່ຽງພາຍໃນ ແລະຕ່າງປະເທດ ເປັນຈໍາ ນວນຫຼວງຫຼາຍ.
ນອກຈາກພິທີໄຂແລ້ວ, ສັບປະດາການທ່ອງທ່ຽວ ນິງບິ່ງ ປີ 2023 ຍັງມີການ ເຄື່ອນໄຫວວັດທະນະທໍາ, ການທ່ອງທ່ຽວທີ່ເປັນເອກະລັກ, ມີຄວາມປະທັບໃຈ, ມີສັນ ຍາລັກພິເສດ, ຄື: ການສະແດງ, ວາງສະແດງຜະລິດຕະພັນຫັດຖະກໍາປະເພນີ; ລາຍ ການທ່ອງທ່ຽວຖ່າຍຮູບໃນລະດູເຂົ້າສຸກເຫຼືອງຢູ່ຕາມກົກ; ລາຍການສໍາຫຼວດ, ແນະນໍາຜະລິດຕະພັນການທ່ອງທ່ຽວນິງບິ່ງ; ງານວາງສະແດງ, ແນະນໍາກ່ຽວກັບ ຮ່ອງຮອຍວັດທະນະທໍາ ລາຊະວົງ ເຈິ່ນ ໃນມໍລະດົກຈ່າງອານ ຜ່ານການຂຸດຄົ້ນ ບູຮານຄະດີ; ການສະແດງຟ້ອນຕຸກກະຕານໍ້າ; ກອນລໍາ 3 ພາກ.
ໂດຍ: ໄຊຊະນະ