ຫຼາຍກິດຈະກຳເຄື່ອນໄຫວທີ່ຈັບອົກຈັບໃຈຢູ່ງານບຸນໝາກໄມ້ພາກໃຕ້ ປີ 2023
ກປ.ອອນໄລ - ງານບຸນປະກອບດ້ວຍຫຼາຍກິດຈະກຳເຄື່ອນໄຫວ, ຄື: ຕະຫຼາດໝາກໄມ້ພິເສດດ້ວຍໝາກໄມ້ໃໝ່ຫຼາຍປະເພດ; ການແຂ່ງຂັນໝາກໄມ້ແຊບ ແລະປອດສານພິດ ພາກໃຕ້...
ງານບຸນໝາກໄມ້ພາກໃຕ້ ຄັ້ງທີ 19 - ປີ 2023 ຈະໄຂຂຶ້ນຢ່າງເປັນທາງການແຕ່ວັນທີ 1 ມິຖຸນາ, ຢູ່ເຂດທ່ອງທ່ຽວວັດທະນະທຳຊ໊ວຍຕຽນ (ນະຄອນໂຮ່ຈີມິນ) ແລະຈະດຳເນີນຮອດທ້າຍເດືອນສິງຫາ, ງານບຸນປະກອບດ້ວຍຫຼາຍກິດຈະກຳເຄື່ອນໄຫວ, ຄື: ຕະຫຼາດໝາກໄມ້ພິເສດດ້ວຍໝາກໄມ້ໃໝ່ຫຼາຍປະເພດ; ການແຂ່ງຂັນໝາກໄມ້ແຊບ ແລະປອດສານພິດພາກໃຕ້; ການແຂ່ງຂັນສິລະປະປະຕິມາກຳດ້ວຍໝາກໄມ້; ການປຸງແຕ່ງອາຫານຈາກໝາກໄມ້; ການສະແດງສິລະປະ: ຕັດໝາກໄມ້ ແລະຫົວຜັກ, bartender ເຮັດເຄື່ອງດື່ມ...
    |
 |
ນັກທ່ອງທ່ຽວຖ່າຍຮູບພ້ອມກັບໝາກໄມ້ທີ່ງານບຸນໝາກໄມ້ພາກໃຕ້ ປີ 2019. ພາບ: ຄະນະຈັດຕັ້ງ. |
ພິເສດ, ທີ່ງານບຸນປີນີ້, ນອກຈາກໝາກໄມ້ພິເສດປະເພດຕ່າງໆຂອງພາກໃຕ້ແລ້ວ, ນັກທ່ອງທ່ຽວຍັງໄດ້ຮັບຊົມ ແລະກິນໝາກໄມ້ແຊບ, ຫາຍາກ, ມີຕົ້ນກຳເນີດຈາກຕ່າງປະເທດ, ແຕ່ໄດ້ປູກຢູ່ຟາມ ຊ໊ວຍຕຽນ, ຄື: ໝາກເດື່ອອາເມລິກາ, ໝາກທັບທິມແດງອິນເດຍ, ໝາກໂກຊອັກໂກແລັດອິນໂດ, ໝາກອະງຸ່ນສີບົວ, ໝາກອະງຸ່ນຍີ່ປຸ່ນ...
ງານບຸນປີນີ້ມີຂອບຂະໜາດພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເມື່ອມີການເຂົ້າຮ່ວມຂອງສະມາຄົມມິດຕະພາບຫວຽດນາມ ກັບບັນດາປະເທດ, ຄື: ຫວຽດນາມ-ອາຊຽນ, ຫວຽດນາມ-ອິນເດຍ, ຫວຽດນາມ-ອິນໂດເນເຊຍ, ຫວຽດນາມ-ກໍາປູເຈຍ... ຢູ່ທີ່ນີ້, ຈະມີລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ມີສີສັນຫຼາກຫຼາຍສະແດງໃຫ້ເຫັນສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດ.
ໂດຍ: ເຈິ່ນຮວ່ຽນ